ສະພາຕໍ່າອັງກິດ ສະໜັບສະໜູນເລື່ອງໂຈະວັນເວລາດໍາເນີນ Brexit ຊົ່ວຄາວ

(VOVWORLD) - ສະພາຕໍ່າອັງກິດໄດ້ປ່ອນບັດຮັບຮອງເອົາການປັບປຸງມາດຕາຮຽກຮ້ອງໃຫ້ລັດຖະບານອັງກິດ ດໍາເນີນບັນດາລະບຽບການທີ່ຈໍາເປັນ ເພື່ອໂຈະວັນເວລາດໍາເນີນການ Brexit ໃນວັນທີ 29 ມີີນາ ໃນກໍລະນີບໍ່ມີຂໍ້ຕົກລົງ.

ດ້ວຍຈໍານວນບັດເຫັນດີ 502 ບັດ ແລະ ບັດຄ້ານ 20 ບັດ, ຕອນຄໍ່າວັນທີ 27 ກຸມພາ, ສະພາຕໍ່າອັງກິດໄດ້ປ່ອນບັດຮັບຮອງເອົາການປັບປຸງມາດຕາຮຽກຮ້ອງໃຫ້ລັດຖະບານອັງກິດ ດໍາເນີນບັນດາລະບຽບການທີ່ຈໍາເປັນ ເພື່ອໂຈະວັນເວລາດໍາເນີນການ Brexit ໃນວັນທີ 29 ມີີນາ ໃນກໍລະນີບໍ່ມີຂໍ້ຕົກລົງ.

        ຂໍ້ຕົກລົງດັ່ງກ່າວຂອງສະພາຕໍ່າ ອັງກິດ ໄດ້ຍົກອອກມາພາຍຫຼັງ ໜຶ່ງວັນ ເມື່ອທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຍອມຮັບເທື່ອທໍາອິດວ່າ ປະເທດ ອັງກິດ ອາດຈະຕ້ອງຂໍໂຈະວັນເວລາດໍາເນີນ Brexit ຊົ່ວຄາວເຖິງເດືອນ ມິຖຸນາ 2019 ເພື່ອແນໃສ່ຫຼີກລ້ຽງກໍລະນີຖອນຕົວອອກຈາກ ສະຫະພາບເອີຣົບ ໂດຍບໍ່ມີຂໍ້ຕົກລົງ.

        ໃນສະພາບການນີ້, ພັກແຮງງານຝ່າຍຄ້ານຂອງອັງກິດ ກໍໄດ້ອອກຖະແຫຼງການວ່າ ໃນກໍລະນີຂໍ້ຕົກລົງ Brexit ບໍ່ໄດ້ຮັບການຮັບຮອງເອົາຈາກສະພາຕໍ່າອັງກິດ, ພັກນີ້ ຈະສະໜັບສະໜູນເລື່ອງຈັດຕັ້ງການລົງປະຊາມະຕິຄັ້ງທີ 2 ກ່ຽວກັບ Brexit.

        ນັກຂ່າວ VOV ປະຈໍາ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ