ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຕອນ​ເຊົ້າ​ວັນ​ທີ 27 ກຸມ​ພາ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 27 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 434,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 5,96 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຕອນ​ເຊົ້າ​ວັນ​ທີ 27 ກຸມ​ພາ - ảnh 1ພາບປະກອບ

ໃນຮອບເວລາ 24 ຊົ່ວໂມງ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 1,3 ລ້ານຄົນ, ໃນນັ້ນ ສ.ເກົາຫຼີ ກວມເອົາຫຼາຍທີ່ສຸດ ດ້ວຍຜູ້ຕິດເຊື້ອກ່ວາ 163.000 ຄົນ, ເຊິ່ງແມ່ນມື້ທີ 3 ຢ່າງລຽນຕິດທີ່ປະເທດນີ້ ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ກ່ວາ 160.000 ຄົນ. ຖັດຈາກນັ້ນແມ່ນ ເຢຍລະມັນ ແລະ ລັດເຊຍ. ໃນຂະນະນັ້ນ, ຄະນະກຳມະການການແພດແຫ່ງຊາດ ຈີນ ໄດ້ປະກາດວ່າ ວັນທີ 26 ກຸມພາ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 239 ຄົນ.

ສ່ວນຢູ່ ຫວຽດນາມນັບແຕ່ເວລາ 16 ໂມງ ຂອງວັນທີ 26 ກຸມພາ ຫາເວລາ 16 ໂມງຂອງວັນທີ 27 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 86.990 ຄົນ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 3.321.005 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.411.912 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ