ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ (ວັນທີ 05 ຕຸລາ 2020)

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156  ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ.

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ (ວັນທີ 05 ຕຸລາ 2020) - ảnh 1

ເປັນມື້ທີ 33 ຢ່າງລຽນຕິດ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ

(ພາບປະກອບ: suckhoedoisong.vn)

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ໃນເວລາ 6 ໂມງຂອງວັນທີ 05 ຕຸລາ ໂດຍໃຫ້ຮູ້ວ່າ, ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ເປັນມື້ທີ 33 ຢ່າງລຽນຕິດ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ.

        ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 1.020 ໃນຈຳນວນ 1096 ຄົນ, ມີຜູ້ເສຍຊີວິດ 35 ຄົນ. ປະຈຸບັນ, ບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການໜັກຢູ່ຫວຽດນາມ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 05 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156  ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ. ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

        ກ່ອນໜ້ານັ້ນ, ວັນທີ 04 ຕຸລາ, ທີ່ການປະຊຸມຂ່າວຢູ່ທຳນຽບຂາວ ຖັນແຖວນັກການແພດຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ອັບເດດຂໍ້ມູນຂ່າວກ່ຽວກັບອາການສຸຂະພາບຂອງທ່ານ D.Trump ແລະ ໃຫ້ຮູ້ວ່າ, ສຸຂະພາບຂອງທ່ານໄດ້ພວມດີຂຶ້ນ ແລະ ອາດຈະໄດ້ອອກຈາກໂຮງໝໍໄວສຸດແມ່ນໃນວັນທີ 05 ຕຸລາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ