ສະພາບໂລກລະບາດໂຄວິດ-19 ໃນວັນທີ 27 ພະຈິກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 61,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,43 ລ້ານຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 27 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 61,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,43 ລ້ານຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19,   ໄດ້ຍົກຕົວເລກຜູ້ຕິດເຊື້ອ ຈາກໂລກລະບາດໂຄວິດ-19 ຂຶ້ນເປັນກວ່າ 13,24 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 269.520 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ