ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2015


ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2015 - ảnh 1
ການ​ນຳສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັ​ງ​ຄົມ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ຕອນ​ເຊົ້າວັນ​ທີ 26/1, ຢູ່​ຮ​່າ​ໂນ້ຍ, ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັ​ງ​ຄົມ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015, ທ່ານ​ເລ​ຮົ່ງ​ແອງ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ

ພັກ ແລະ ທ່ານ​ວູ້​ດຶກ​ດາມ​ ຮອງ​ນາ​ຍົກ​ລັດຖະ​ມົນ​ຕີໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ຊີ້ນ​ຳ​ກອງ​ປະ​ຊຸມ, ທ່ານ​ເລ​ຮົ່ງ​ແອງ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງພັກ ໄດ້​ສະ​ເໜີ ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັ​ງ​ຄົມ​ຫວຽດ​ນາມ​ ຈົ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ທີ່​ມີ​ຄວາມ​ຮູ້, ຄວາມ​ສາ​ມາດ.

ຂ່າວ/ບົດ​ອື່ນ