ສະພາສູງກຳປູເຈຍຮັບຮອງເອົາຮ່າງກົດໝາຍວ່າດ້ວຍສະມາຄົມແລະບັນດາອົງການບໍ່ຂຶ້ນກັບລັດຖະບານ

ສະພາສູງກຳປູເຈຍຮັບຮອງເອົາຮ່າງກົດໝາຍວ່າດ້ວຍສະມາຄົມແລະບັນດາອົງການບໍ່ຂຶ້ນກັບລັດຖະບານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ HunSen
ພາບ: nguyentandung.vn

(vovworld)- ຕອ​ນ​ເຊົ້າ​ວັນ​ທີ 24/7, ສະ​ພາ​​ສູງກຳ​ປູ​ເຈຍ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ອົງ​ການ​ສະ​ມາ​ຄົມ ແລະ ອົງ​ການບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ (NGO) ເພື່ອ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ອົງ​ການ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ ບົນ​ພື້​ນ​ຖານ​ເຄົາ​ລົບ​ກົດ​ໝາຍ. ກ່ອນ​ຫນ້ານັ້ນ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ກໍ​ໄດ້​ຮັບ​ຮ​ອງ​ເອົາ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ພາຍ​ຫລັງ​ສະ​ພາ​ສູງ​ຮັບ​ຮອງ​ເອົາ​ກົດ​ໝາຍ​ດັ່ງ​ກ່າວ, ທ່ານ Mom Bun Neang ໂຄ​ສົກ​ສະ​ພາ​ສູງ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ກຳ​ປູ​ເຈຍ ມີ​ສະ​ມາ​ຄົມ 5000 ແຫ່ງ ແລະ ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ. ​ໄລ​ຍະ​ຜ່ານ​ມາ ບັນ​ດາ​ສະ​ມາ​ຄົມ ແລະ ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທ​ະ​ນະ​ທຳ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ເຖິງ​ຢ່າງ​ໃດ ບາງ​ອົງ​ການບໍ່​ປະ​ຕິ​ບັດ​ຕາມຫລັກ​ການ​ຂອງ​ຕົນ ສະ​ນັ້ນ ຕ້ອງ​ມີ​ກົດ​ໝາຍ​ເພື່ອ​ສົ່ງ​ເສີມ​ບັນ​ດາ​ອົງ​ການ​ເຫລົ່າ​ນັ້ນ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ສັງ​ຄົມ ພ້ອມ​ທັງ​ສະ​ກັດ​ກັ້ນ​ບັນ​ດາ​ສ່ວນ​ບຸກ​ຄົນ​ສວຍ​ໃຊ້​ອົງ​ການ​ຕົນ​ເພື່ອ​ເຮັດ​ສິ່ງ​ທີ່​ຜິດ​ກົດ​ໝາຍ.

ຂ່າວ/ບົດ​ອື່ນ