ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

(VOVWORLD) - ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.
ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ - ảnh 1ສຳນັກງານສະພາແຫ່ງຊາດ ອາເມລິກາ (ພາບ: REUTERS/Kent Nishimura)

ດ້ວຍອັດຕາບັດເຫັນດີ 77 ບັດ ແລະ ບັດຄ້ານ 20 ບັດ, ວັນທີ 17 ທັນວາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດທີ່ມີມູນຄ່າ 901 ຕື້ USD, ສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ກ່ອນໜ້ານັ້ນ, ສະພາຕ່ຳອາເມລິກາ ກໍ່ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນີ້. ທ່ານ Roger Wicker ປະທານກຳມາທິການການທະຫານ ສະພາສູງ ໃຫ້ຮູ້ວ່າ ນີ້ແມ່ນປີທີ 65 ຢ່າງລຽນຕິດ ສະພາແຫ່ງຊາດ ອາເມລິກາ ບັນລຸໄດ້ຄວາມເຫັນດີເຫັນພ້ອມຈາກຂໍ້ສະພາໃນການຮັບຮອງເອົາກົດໝາຍສະບັບໜຶ່ງ ເພື່ອແນໃສ່ຮັກສາ ແລະ ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ. ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ. ກົດໝາຍສະບັບອອກໃນປີນີ້ລວມມີຫຼາຍມາດຖານເພີ່ມທະວີຄວາມໝັ້ນຄົງຢູ່ ເອີລົບ, ໃນສະພາບການອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມດຳເນີນການຕີລາຄາການພົວພັນລະຫວ່າງ ອາເມລິກາ ກັບພາກພື້ນນີ້ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ