ສະພາແຫ່ງຊາດ ຢູແກຼນອະນຸມັດຜ່ານບັນຊີລາຍຊື່ລັດຖະບານໃໝ່

ສະພາແຫ່ງຊາດ ຢູແກຼນອະນຸມັດຜ່ານບັນຊີລາຍຊື່ລັດຖະບານໃໝ່ - ảnh 1
ສະພາ​ແຫ່ງ​ຊາດ ຢູ​ແກຼ​ນອະນຸມັດ​ຜ່ານ​ບັນຊີ​ລາຍ​ຊື່​ລັດຖະບານ​ໃໝ່
(ພາບ: EPA)


(vovworld) – ວັນ​ທີ 02/12, ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ໄດ້​ອະນຸມັດ​ຜ່ານ​ຄະນະ​ລັດຖະບານ​ໃໝ່ ​ໂດຍ​ທ່ານ A.Yasenyuk ​ເປັນ​ນາຍົກລັດຖະມົນຕີ. ​ໃນ​ລັດຖະບານ​ໃໝ່ ມີ​ຊາວ​ຕ່າງປະ​ເທດ 3 ຄົນ​ທີ່ຫາ​ກໍ່​ຮັບ​ສັນຊາດ​ຢູ​ແກຼນ.

        ລັດຖະບານ​ໃໝ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ລວມມີຮອງ​ນາຍົກລັດຖະມົນຕີ 3 ທ່ານ ​ແລະ ລັດ​ຖະມົນຕີ​ວ່າການ 18 ທ່ານ, ​ໃນ​ນັ້ນມີ​​ລັດຖະມົນຕີຮັບຜິດຊອບ​ຄະນະ​ລັດ​ຖະບານ.  ບັນດາ​ບຸກຄົນຊາວ​ຕ່າງປະ​ເທດ​ດຳລົງ​ຕຳ​ແໜ່​ງ​ໃນ​ລັດຖະບານ​ຂອງ​ຢູ​ແກຼນ​ແມ່ນ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ພັດທະນາ​ເສດຖະກິດ ​ແລະ ລັດຖະມົນຕີ​ກະຊວງ​ການ​ເງິນ. ທັງ 3 ທ່ານ​ນີ້​​ໂດຍ​ກຸ່ມ Poroshenko ຂອງ​ທ່ານ​ປະທານາທິບໍດີ Petr Poroshenko ສະ​ເໜີ. ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານາທິບໍດີ Poroshenko ​ໄດ້​ລົງ​ນາມ​ລັດຖະດຳ​ລັດ​ຮັບຮອງ​ເອົາ​ພົນລະ​ເມືອງ​ຖືກ​ສັນຊາດ​ຢູ​ແກຼນ ​ໃຫ້​ຊາວ​ຕ່າງປະ​ເທດ 3 ຄົນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ