ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາການຢຸດຕິບັນດາມາດຕະການລົງໂທດ ຊີີິຣີ ຕະຫຼອດການ
(VOVWORLD) - ທ່ານ Jeanne Shaheen ສະມາຊິກສະພາສູງ, ສະມາຊິກຂັ້ນສູງຂອງພັກປະຊາທິປະໄຕ ຢູ່ ກຳມາທິການການຕ່າງປະເທດ ສະພາສູງ ຕີລາຄາວ່າ ນີ້ແມ່ນ “ບາດກ້າວທີ່ມີລັກສະນະຕັດສິນ” ເພື່ອມອບ ໂອກາດຢ່າງແທ້ຈິງ ໃຫ້ປະຊາຊົນຊີຣີ ເພື່ອສ້າງສາປະເທດຄືນໃໝ່.
ນັກຮົບ ກອງທັບອາເມລິກາ (ພາບ: REUTERS) |
ວັນທີ 17 ທັນວາ, ສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາການລົບລ້າງກົດໝາຍ Caesar ປີ 2019 ໂດຍຢຸດຕິບັນດາມາດຕະການລົງໂທດທີ່ຈັດວາງໃສ່ ຊີຣີຕະຫຼອດການ ພາຍໃຕ້ສະໄໝຂອງທ່ານອະດີດປະທານາທິບໍດີ Bashar al-Assad. ຮ່າງກົດໝາຍສະບັບນີ້ ກ່ອນນັ້ນໂດຍ ສະພາຕ່ຳໄປໃຫ້ສັດຕະຍາບັນ ແລະ ຄາດວ່າທ່ານປະທານາທິບໍດີ Donald Trump ຈະເຊັນປະກາດໃຊ້. ເລື່ອງຢຸດຕິບັນດາມາດຕະການລົງໂທດ ຊີຣີຕະຫຼອດການ ໄດ້ຮັບການສະໜັບສະໜູນໃນວົງກ້ວາງຈາກທັງສອງພັກ ຢູ່ສະພາແຫ່ງຊາດ ອາເມລິກາ. ທ່ານ Jeanne Shaheen ສະມາຊິກສະພາສູງ, ສະມາຊິກຂັ້ນສູງຂອງພັກປະຊາທິປະໄຕ ຢູ່ ກຳມາທິການການຕ່າງປະເທດ ສະພາສູງ ຕີລາຄາວ່າ ນີ້ແມ່ນ “ບາດກ້າວທີ່ມີລັກສະນະຕັດສິນ” ເພື່ອມອບ ໂອກາດຢ່າງແທ້ຈິງ ໃຫ້ປະຊາຊົນຊີຣີ ເພື່ອສ້າງສາປະເທດຄືນໃໝ່.