ທ່ານ ໂດ໋ແມ້ງຮູ່ງ, ຄະນະ ສສຊ ສະພາແຫ່ງຊາດແຂວງ ທ໋າຍຫງວຽນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 24/05, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ຮັບຟັງບົດລາຍງານອະພິປາຍ ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕາງກັນຂອງຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ). ຢູ່ທີ່ນີ້, ກຳມາທິການດ້ານກົດໝາຍໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປັບປຸງ, ກົດໝາຍວ່າດ້ວຍເຮືອນຢູ່ ແລະ ບັນດາທັດສະນະໃນການສ້າງກົດໝາຍທີ່ໄດ້ຍົກອອກມາທີ່ໃບສະເໜີຂອງລັດຖະບານໂດຍພື້ນຖານ ເພື່ອແກ້ໄຂບັນດາຂໍ້ຄົງຂ້າງ, ຕິດຂັດ, ບໍ່ເໝາະສົມກັບສະພາບຕົວຈິງຂອງກົດໝາຍທີ່ພວມປະກາດໃຊ້. ພ້ອມທັງເພື່ອຫັນທັດສະນະຂອງພັກໃນຂົງເຂດເຮືອນຢູ່ເປັນລະບຽບກົດໝາຍ, ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ກ່ຽວກັບສິດມີບ່ອນຢູ່, ສິດກຳມະສິດດ້ານເຮືອນຢູ່ຂອງພົນລະເມືອງເປັນລະອຽດ, ແນໃສ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນ, ວິສາຫະກິດ ແລະ ລັດ ພັດທະນາເຮືອນຢູ່ຕາມທິດປອດໄສ, ໝັ້ນຄົງ.
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ), ສສຊ ສ່ວນຫຼາຍ ຕີລາຄາວ່າ: ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາໃນຄັ້ງນີ້ໄດ້ຮັບການປັບປຸງດ້ວນຄຸນນະພາບສູງກ່ວາ. ບັນດາ ສສຊ ສະແດງຄວາມເຫັນດີສູງຕໍ່ຮ່າງເພີ່ມທະວີວຽກງານກ່ອນການກວດກາຂອງບັນດາອົງການວິຊາສະເພາະຂອງລັດ. ສສຊ ໂດ໋ແມ້ງຮູ່ງ, ຄະນະ ສສຊ ສະພາແຫ່ງຊາດແຂວງ ທ໋າຍຫງວຽນ, ຖືວ່າ:
“ກຳນົດຄວາມຮັບຜິດຊອບຂອງບັນດາອົງການວິຊາສະເພາະຂອງລັດໃນເບື້ອງຕົ້ນ ແລະ ໃນຕະຫຼອດວິວັດການກໍ່ສ້າງໂຄງການ ຈະປະກອບສ່ວນຫຼີກລ້ຽງການລົງທຶນ ແບບ ຟູມເຟືອຍ, ການຮົວໄຫຼທຶນ ບໍ່ມີປະສິດທິຜົນ, ພ້ອມທັງປະກອບສ່ວນຮັບປະກັນ ຄວາມຄືບໜ້າ, ຄຸນນະພາບ ແລະ ລາຄາຂອງກິດຈະກຳ. ຂ້າພະເຈົ້າສະເໜີວ່າ: ເພື່ອໃຫ້ເນື້ອໃນນີ້ຄົບຖ້ວນກ່ວາຕ້ອງເພີ່ມເຕີມຂໍ້ກຳນົດຄວາມຮັບຜິດຊອບຂອງອົງການ ແລະ ສ່ວນບຸກຄົນພະນັກງານລັດຖະກອນທີ່ປະຕິບັດໜ້າທີ່ກ່ອນການກວດກາ ແລະ ການປັບໄໝຖ້າຫາກບໍ່ປະຕິບັດສຳເລັດໜ້າທີ່ນີ້.”
ຕາມແຜນການເຮັດວຽກແລ້ວ, ໃນຕອນບ່າຍວັນທີ 24/5, ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມເພື່ອຮັບຟັງໃບສະເໜີ ແລະ ບົດລາຍງານກວດກາ ຄືນຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ), ຮັບຟັງອະພິປາຍ ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນ ຂອງຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ.