ສະພາແຫ່ງຊາດຖອນເວລາ 3 ເດືອນຂອງອາຍຸການຊຸດທີ 15, ກຳນົດວັນເລືອກຕັ້ງແມ່ນ 15 ມີນາ 2026

(VOVWORLD) - ຕາມນັ້ນແລ້ວ ສະພາແຫ່ງຊາດຕົກລົງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນວັນທີ 15 ມີນາ 2026.
ສະພາແຫ່ງຊາດຖອນເວລາ 3 ເດືອນຂອງອາຍຸການຊຸດທີ 15, ກຳນົດວັນເລືອກຕັ້ງແມ່ນ 15 ມີນາ 2026 - ảnh 1(ພາບປະກອບ: quochoi.vn)

        ຕອນເຊົ້າວັນທີ 21 ພຶດສະພາ, ທີ່ກອງປະຊຸມເທື່ອທີ 9, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບການຖອນເວລາອາຍຸການຂອງສະແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026; ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ມະຕິໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຂອງ 449/449 ສະມາຊິກສະພາແຫ່ງຊາດມີໜ້າເຫັນດີ (ກວມເອົາ 93,93% ຈຳນວນສະມາຊິກສະພາແຫ່ງຊາດ).

        ຕາມນັ້ນແລ້ວ ສະພາແຫ່ງຊາດຕົກລົງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນວັນທີ 15 ມີນາ 2026.

        ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ເລື່ອງຖອນເວລາແມ່ນຈຳເປັນ ເພື່ອຮັດແຄບເວລາຈັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 16 (ຕົ້ນປີ 2026) ກັບກອງປະຊຸມຄັ້ງທີໜຶ່ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນອາຍຸການໃໝ່. ເປົ້າໝາຍແມ່ນຮັບປະກັນຄວາມຄົບຊຸດ, ມີສະຖຽນລະພາບ ແລະ ລຸລ່ວງໃນການຈັດແບ່ງໜ້າທີ່ກຳມະການຊຸດໃໝ່ເຂົ້າບັນດາອົງການຂອງພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ