ສະພາແຫ່ງຊາດປຶກສາຫາລືກົດໝາຍໄຟຟ້າ

ສະພາແຫ່ງຊາດປຶກສາຫາລືກົດໝາຍໄຟຟ້າ - ảnh 1
ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍໄຟຟ້າ
(ພາບ: quochoi)


Vovworld- ການວາງ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າ ​ແລະ ລາຄາ​ຂາຍ​ໄຟຟ້າ ​ແມ່ນ 2 ບັນຫາ​ຕົ້ນ​ຕໍ່​ທີ່​ບັນດາ ສ.ສ.ຊ ​ໄດ້​ນຳ​ມາ​ປຶກສາ​ຫາລື​ເມື່ອ​ຕອນ​ບ່າຍ​ວັນ​ທີ 23/10 ​ເມື​ອ່ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດ​ໝາຍວ່າ​ດ້ວຍ​ໄຟຟ້າ. ​ຮ່າງ​ກົດໝາຍສະບັບ​ປັບປຸງ​ນີ້​ກຳນົດ​ຕື່ມ​ອີກ​ວ່າ: ​ໃຫ້​ບຸລິ​ມະ​ສິດ​ໜູນ​ຊ່ວຍ ພັດທະນາ​ພະລັງງານ​ໄຟຟ້າຢູ່​ແຫ່ງ​ຕ່າງໆ​ທີ່​ຍັງ​ບໍ່​ທັນ​ມີ​ຕາ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ, ນຳ​ໃຊ້​ນະ​ໂຍບາຍ​ບຸລິ​ມະ​ສິດສຳລັບ​ບັນດາ​ໂຮງງານ​ນຳ​ໃຊ້​ພະລັງງານ​ຄືນ​ໃໝ່, ຫັນປ່ຽນ​ການ​ຂາຍ​​ໄຟຟ້າ​ໄປ​ສູ່​ກົນ​ໄກ​ຕະຫຼາດ​ໂດຍ​ມີ​ການ​ດັດ​ປັບ​ຂອງ​ລັດ. ທ່ານ Huynh Van Tinh ສ.ສ.ຊ ແຂວງຕຽນຢາງ ມີຄຳເຫັນດັ່ງນີ້ :

    “ ກ່ຽວ​ກັບ ການວາງ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າ, ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ແຜນ​​ພັດທະນາ​ພະລັງງານ​ໄຟຟ້າ ​ແມ່ນວາງ​ແຜນ​ກຳນົດ​ແບບລົງ​ເລິກ​ຂະ​ແໜງ​ການ. ​ເພື່ອ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ນັ້ນ, ການ​ປະຕິບັດ ວາງ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າພຽງ​ແຕ່​ລວມມີ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າ​ແຫ່ງ​ຊາດ, ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າຂັ້ນ​ແຂວງ. ຂ້າພະ​​ເຈົ້າ​ເປັນ​ເອກະສັນ​ຢ່າງ​ສູງ​ກັບ​ການ​ເຫັນ​ດີ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ແມ່ນ ການວາງ​ແຜນ​ກຳນົດ​ພັດທະນາ​ພະລັງງານ​ໄຟຟ້າ​ແມ່ນ​​ໃນ​ໄລຍະ 10 ປີ ​ແລະ ມີ​ກຳນົດ​ທິດ​ໄລຍະ 10 ປີ ຕໍ່​ໄປ ​ແມ່ນ​ສອດຄ່ອງ​ກັບ​ແຜນ​ກຳນົດ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ປະ​ເທດ​ຊາດ ​ແລະ ທ້ອງ​ຖິ່ນ ”

  

ຂ່າວ/ບົດ​ອື່ນ