ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ,ປ່ອນບັດໄວ້ວາງໃຈ

ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ,ປ່ອນບັດໄວ້ວາງໃຈ - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 13/6, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກຢູ່​ໜ່ວຍ ​ປຶກສາ​ຫາລື​ບັນ​ດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ປັບປຸງ, ​ເພີ່ມ​ເຕີ​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການ​ດຳ​ເນີນ​ຄະດີ​ແພ່ງ. ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ​ເພື່ອ​ລົງ​ຄະ​ແນ​ນສຽງ​ຮັບ​ຮອງ​ເອົາ​ກົດໝາຍ​​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ ​ແລະ ປຶ​ກສາ​ຫາລື ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບັນ​ດາ​ຜູ້ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ (ສະບັບ​ປັບປຸງ).

    ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 12/6, ​ເມື່ອ​ຕອບ​ຄຳ​ຊັກ​ຖາມ​ຂອງ ສສຊ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ມາ​ຮອດ​ປະຈຸ​ບັນ, ​ພື້ນຖານເສດຖະກິດ ຫວຽດນາມ ບໍ່​ຂຶ້ນ​ກັບ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ໃດໆ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ໃນ​ວິວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ປະຈຸ​ບັນ ​ນີ້​ບໍ່​ແມ່ນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ເປັນເອກະລາດ​ໝົດ. ຈິດ​ໃຈ​ຂອງ​ລັດຖະບານ​ແມ່ນ​ຕ້ອງ​ມີ​ພື້ນຖານ​​ເສດຖະກິດ​ເປັນ​ເຈົ້າ​ຕົນ​ເອງກ່ວາ, ​ເອກະລາດ​ກ່ວາ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ. ດັ່ງ​ນັ້ນ ມາດ​ຕະການ​ເຊິ່ງລັດຖະບານ​ໄດ້​ວາງ​ອອກ​ເພື່ອ​ປະຕິບັດ​ພື້ນຖານ​ເສດຖະກິດ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ໄລຍະ​ໃໝ່​ແມ່ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ພິ​ເສດ​ແມ່ນ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ພັ​​ດທະນາ​ແຮງ​ກ່ວາ.  ສຳລັບ​ບັນຫາ​ກ່ຽວ​ກັບ​ຕະຫຼາດ, ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ຕ້ອງ​ມີ​ແຜນ​ນະ​ໂຍບາຍ​ເປີດ​ກ້ວາງ ຫັນ​ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ໃນ​ນັ້ນ​ມີ​ຕະຫຼາດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ. ກ່ຽວຂ້ອງ​ເຖິງ​ເລື່ອງ ນຳ​ໃຊ້​ຈຳນວນ​ເງິນ 16.000 ຕື້​ດົ່ງ​ເຊິ່ງສະພາ​ແຫ່ງ​ຊາດ​ຫາ​ກໍ່ຮັບຮອງ​ເອົາ​ເພື່ອ​ໜູນ​ຊ່ວຍ​ຊາວ​ປະມົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ຊ້າ​ຊຸດ​ແມ່ນ​ຮອດ​ຕົ້ນເດືອນ 7, ລັດຖະບານ​ຈະ​ອອກ​ມະຕິ​ກຳນົດ​ການ​ປະຕິບັດ​ແຫຼ່ງ​ເງິນ​ນີ້, ໜູນ​ຊ່ວຍ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫາ​ປາ​ດ້ວຍ​ກຳລັງ​ແຮງ​ສູງ​ເພື່ອ​ໄປ​ຫາ​ປາ​ຢູ່​​ໄກ​ຝັ່ງຢ່າງ​ທັນ​ການ.


ຂ່າວ/ບົດ​ອື່ນ