ສະພາແຫ່ງຊາດອັງກິດສະໜັບສະໜູນນາຍົກລັດຖະມົນຕີເຈລະຈາຄືນບັນດາມາດຕາກ່ຽວກັບຊາຍແດນໃນຂໍ້ຕົກລົງ Brexit

(VOVWORLD) -ດ້ວຍອັດຕາບັດສະໜັບສະໜູນ 317 ບັດ ແລະ ບັດຄ້ານ 301 ບັດ, ວັນທີ 29 ມັງກອນ, ສະພາຕ່ຳອັງກິດ ໄດ້ຮັບຮອງເອົາຂໍ້ສະເໜີປັບປຸງມາດຕາໃນຂໍ້ຕົກລົງ Brexit

ຕາມນັ້ນແລ້ວ ອະນຸຍາດໃຫ້ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ເຈລະຈາກັບສະຫະພາບເອີລົບ (EU) ຄືນໃໝ່ ແລະ ຈະສະໜັບສະໜູນຂໍ້ຕົກລົງ Brexit ຖ້າຫາກຍົກເລີກມາດຕາເຊິ່ງເຮັດໃຫ້ອັງກິດຕ້ອງຮັກສາການເປີດປະຕູດ່ານຊາຍແດນກັບອຽກລັງ.

        ມາດຕະການດັ່ງກ່າວຂອງ EU ແມ່ນເພື່ອແນໃສ່ຮັກສາອຽກລັງເໜືອ ໃນສຳພັນທະມິດພາສີຂອງ EU ຈົນຮອດເວລາໃດບັນລຸໄດ້ມາດຕະການປ່ຽນແທນ ເພື່ອຮັກສາການເປີດປະຕູດ່ານຊາຍແດນລະຫວ່າງອຽກລັງເໜືອ ແລະ ສ.ອຽກລັງ, ໃນກໍລະນີ 2 ຝ່າຍຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.

        ວົງການສະມາຊິກລັດຖະສະພາອັງກິດ, ພິເສດແມ່ນບັນດາຜູ້ສະໜັບສະໜູນ Brexit ຄັດຄ້ານມາດຕະການແກ້ໄຂດັ່ງກ່າວຢ່າງແຮງ, ຍ້ອນຖືວ່າ ມັນຈະເຮັດໃຫ້ອັງກິດ ຖືກຜູກມັດກັບບັນດາຂໍ້ກຳນົດຂອງ EU ໂດຍບໍ່ມີການກຳນົດເວລາ ແລະ ຖືກຈຳກັດໃນການສ້າງຕັ້ງການແລກປ່ຽນການຄ້າກັບບັນດາປະເທດອື່ນໃນໂລກ.

        ຄຽງຂ້າງນັ້ນ, ດ້ວຍອັດຕາບັດສະໜັບສະໜູນ 318 ບັດ ແລະ ບັດຄ້ານ 310 ບັດ, ບັນດາສະມາຊິກລັດຖະສະພາກໍ່ປະຕິເສດຄວາມສາມາດທີ່ວ່າ ອັງກິດ ຖອນຕົວອອກຈາກ EU ຫາກບໍ່ມີຂໍ້ຕົກລົງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ