ສະມາຄົມນັກດົນຕີຫວຽດນາມສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງ

ສະມາຄົມນັກດົນຕີຫວຽດນາມສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງ - ảnh 1
ປະທານສະມາຄົມນັກດົນຕີຫວຽດນາມ ໂດຮົ່ງກວນກ
(ພາບ: ດິງຕ໋ວານ)

(vovworld) - ຕອນ​ຄຳ່​ວັນ​ທີ 29/12, ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ (ວັນ​ທີ 30/12/1957-30/12/2012). ​ໃນ 55 ປີ​ຜ່ານ​ມາ, ສະມາຄົມ​ນັກ​​ດົນຕີ​ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃນ​ການ​ຕໍ່ຕ້ານ 2 ຄັ້ງ ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ 55 ປີຜ່ານມາ, ດົນຕີ​ປະຕິວັດ​ຫວຽດນາມ ​ໄດ້​ມີ​ບົດ​ດົນຕີ​ອຳ​ມະຕະຫຼາຍ​ບົດ​ທີ່ສ້າ​ງ​ເປັນ​ຂີດ​ໝາຍ​​ໃນ​ຊີວິດ​ທາງ​ດ້ານ​ດົນຕີ​ຂອງ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ດິງ​ເທ໋ຮວີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ:

”ສະມາຄົມ​ນັກ​ດົນຕີ​ຫວຽດນາມ ຄວນ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ ​ແລະ ພາວະ​ວິ​ໄສ ບັນດາ​ຜົນງານ​ຂອງ​ພື້ນຖານ​ດົນຕີ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ໄລຍະ​ປ່ຽນ​ໃໝ່. ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ກຳລັງ​ຂອງ​ສະມາຄົມ; ປ່ຽນ​ໃໝ່​ຮູບ​ການ​ເຄື່ອນ​ໄຫວ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ນັກ​​ດົນຕີ​ຫວຽດນາມ ​ແຕ່ງ​ບົດ​ດົນຕີ​ທີ່​ມ່ວນ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດໄດ້​ຫຼາຍບົດ”

 

ຂ່າວ/ບົດ​ອື່ນ