ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ໄປຢ້ຽມຢາມສ.ເກົາຫຼີ

ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ໄປຢ້ຽມຢາມສ.ເກົາຫຼີ - ảnh 1
ສະມາຄົມ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ
ຫວຽດນາມ ​ໄປ​ຢ້ຽມຢາມ​ສ.​ເກົາຫຼີ
( ພາບ: vietnamplus.vn )


( vovworld ) -   ​ໃນ​ຂອບ​ເຂດ​ລາຍການ “ ​ຕ້ອນຮັບຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ” ຢູ່​ສ.​ເກົາຫຼີ ​ແຕ່​ວັນ​ທີ 4 – 8/6, ວັນ​ທີ 6/6, ຄະນະຜູ້​ແທນຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະມາຄົມ​​ນັກຮົບ​ເກົ່າ​ຖືກ​ຜົນ​ສະທ້ອນ​ຈາກ​ພິດ​ສີ​ສົ້ມ ສ.​ເກົາຫຼີ ( KAOVA ) ຢູ່​ລະຄອນ​ຫຼວງ ​ເຊ​ອູນ. ທ່ານ​ພົນ​ໂທ Nguyen Van Rinh, ປະທານສະມາຄົມ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ( VAVA ), ​ໄດ້​ເນັ້ນ​ໜັກ​ເຖິງການ​ພົວພັນ​ຮ່ວມ​ມືມິດຕະພາບ​ລະ​ຫວ່າງ KAOVA ​ແລະ VAVA ​ໃນ​ຕະຫຼອດ 10 ປີ​ທ່ີຜ່ານ​ມາ. ພິ​ເສດ​ກວ່າ​ໝູ່​ນັ້ນ, ​​ເພາະ​ວ່າການ​ເຄື່ອນ​ໄຫວ​ນີ້​ ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ຊ່ວງເວລາ​ທີ່ສ​ອງປະ​ເທດ​ຫວຽດນາມ - ສ.​ເກົາຫຼີ ພວມກະກຽມ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 20 ​ປີແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນທາງການ​ທູດ ( 1992 – 2012 ) ​ແລະ ລັດຖະບານ​ຂອງ​ສອງ​ປະ​ເທດ​ຖື​ປີ 2012 ​ແມ່ນ “ ປີ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ” ​ເພາະສະ​ນັ້ນ ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່​ອນ​ໄຫວ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ຕໍ່​ກັບບັນດາ​ຜູ້ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນນ້ຳ​ໃຈ​ສາມັກຄີ,​ ມິດ​ຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ການ​ພົບ​ປະ​ກັບ​ຄະນະ, ທ່ານ​ Tran Trong Toan ​ເອກ​ອັກຄະ​ລັດຖະທູດຫວຽດນາມ​ ປະຈຳ​ສ.​ເກົາຫຼີ ໄດ້​ມອບ​​ເງິນ 1 ລ້ານ​ວອນ ໃຫ້​​ແກ່ຄະນະ​​ເຊິ່ງ​ແມ່ນ​ຈຳນວນ​ເງິນໂດຍ​ພະນັກງານ​ສະຖານທູດ ​ແລະ ສະມາຄົມ​ຊາວ​ຫວຽດນາມ ​ແຜ່ບໍລິຈາກ.

ຂ່າວ/ບົດ​ອື່ນ