ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ຢ້ຽມຢາມ ສປປລາວ.

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ  ຢ້ຽມຢາມ ສປປລາວ. - ảnh 1
ພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບພົນ​ໂທ Nguyen Van Rinh ປະທານ​ສະມາຄົມຜູ້ປະສົບ
ເຄາະຮ້າຍຈາກທາດພິດສີສົ້ມ
ພາບ:vietnamplus.vn


(vovworld) - ຕອນ​ບ່າຍ​ວັນ​ທີ 23/5 ຢູ່ ນະຄອນຫລວງວຽງ​ຈັນ, ທ່ານ​ພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ລາວ ​ໄດ​້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດິ​ໂອ​ຊີ​ນ ຫວຽດນາມ ​ໂດຍ​ພົນ​ໂທ Nguyen Van Rinh ປະທານ​ສະມາຄົມ​ນຳ​ຫນ້າ. ພົນ​ໂທ Nguyen Van Rinh ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ຄວນ​ສົມທົບ​ກັ​ນ​ເພື່ອ​ຊ່ວຍ​ເຫລືອ​ບັນດາ​ຜູ​້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ພ້ອມ​ກັນ​ມານະ​ພະຍາຍາມ​ພ້ອມກັບ​ປະຊາຄົມໂລກ ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢອນ​ຫລັງ​ຈາກສົງຄາມ ລວມມີ​ທາດ​ພິດ​ສີ​ສົ້ມ ​ແລະ ລູກ​ລະ​ເບີດ​ບໍ່​ທັນ​ແຕກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ດວງ​ໃຈ ພິຈິດ ຕີ​ລາຄາ​ສູງ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ ​ໃນ​ສະພາບ​ການ​ສອງ​ປະ​ເທດ​ພວມ​ຜັນ​ຂະຫຍາຍ​ວຽກ​ງານ​ຂຳ​່ນັບ​ຮັບ​ຕ້ອນ​“ປີ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ, ລາວ ຫວຽດນາມ 2012”, ສະ​ເຫ​ນີ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນ​ມີ​ມາດ​ຕະການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ກໍ່​ຂຶ້ນ​ທີ່​ມີ​ຕໍ່​ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

Quoc Khanh ນັກ​ຂ່າວ VOV ປະຈຳ ສປປລາວ

ຂ່າວ/ບົດ​ອື່ນ