ສະຫຼຸບການເສັງ “ບັນ ດາແບບຢ່າງທີ່ລຽບ ງ່າຍແຕ່ສູງສົ່ງ”

ສະຫຼຸບການເສັງ “ບັນ ດາແບບຢ່າງທີ່ລຽບ ງ່າຍແຕ່ສູງສົ່ງ” - ảnh 1
ສະຫຼຸບການເສັງ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”

(vovworld) - ວັນ​ທີ 9/6, ຢູ່​ເຂດ​ອະນຸສອນສະຖານ​ປະທານ ​ໂຮ່ຈີ​ມິນ ​ໃນ​ບໍລິ​ເວນສຳນັກງານ​ປະທານ​ປະ​ເທດ ​ໄດ້​ດຳ​ເນີນ ພິທີ​ສະຫຼຸບ ​ແລະ ພົບ​ປະ​ແລກປ່ຽນ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ: “ບັນດາ​ແບບຢ່າງ​ທີ່​ລຽບງ່າຍ ​ແຕ່​ສູງ​ສົ່ງ” ຄັ້ງ​ທີ 3. ພາຍຫຼັງ​ປຸກລະດົມ​ການ​ເສັງ​ມາ​ເປັນ​ເວລາ 1 ປີ, ມີ​ບົດ​ຂຽນ​ນັບ​ຮ້ອຍ​ໆ​ບົດ​ຂອງ​ບັນດາ​ນັກ​ປະພັນ​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ. ລາງວັນ​ທີ 1 ​ໄດ້​ມອບ​ໃຫ້​ບົດ​ຂຽນ “ຕະຫຼອດ​ຊີວິດ​ສຸດ​ຈິດ​ສຸດ​ໃຈ ກັບ ຮ່ວາງ​ຊາ, ​ເຈື່ອງ​ຊາ” ຂອງ ນັກ​ປະພັນ Thanh Kim Tung ທີ່​ຂຽນ​ກ່ຽວ​ກັບ ທ່ານ ດຣ Tran Van Nha ຢູ່​ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ:

“​ໃນ​ວິວັດ​ການ​ສ່ອງ​ແສງ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ຜ່ານ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ, ລະອຽດ​ໃນ​ຊີວິດ​ປະຈຳ​ວັນ, ​ໃນ​ການ​ພົວພັນ​ກັບ​ປະຊາຊົນ, ສະຫາຍ, ອ້າຍ​ນ້ອງ.​.​.​ ພວກ​ເຮົາ​ພວມ​ສູ້​ຊົນ​ເລື່ອງ​ນຳ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ເປັນ​ວຽກ​ງານ​​ປະຈຳ​ຂອງ ອົງການຈັດ​ຕັ້ງ​ພັກ, ທຸກຂັ້ນ, ທຸກຂະ​ແໜງ​ການ, ທຸກ​ທ້ອງ​ຖີ່​ນ ​ແລະ ທຸກ​ຄົນ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ອົງການ ສື່ມວນ​ຊົນເວົ້າ​ລວມ, ​ແລະ ໜັງສືພິມ​ ກວນ​​ໂດ້ຍ​ເຍີນ​ເຢີ​ນ ​ເວົ້າ​ສະ​ເພາະ ສືບ​ຕໍ່​ມີ​ວິທີ​ໃໝ່, ມີ​ຫົວຄິດປະດິດ​ສ້າງ​ຄື​ການ​ເສັງ ບັນດາ​ແບບຢ່າງ​ທີ່​ລຽງ​ງ່າຍ​ແຕ່​ສູງ​ສົ່ງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ເສັງ​ນີ້ ຈະ​ສືບ​ຕໍ່​ບັນລຸ​ໝາກຜົນດີ​ຫຼາຍ​ກ່ວາ​ອີກ.”

 

ຂ່າວ/ບົດ​ອື່ນ