ສະຫະປະຊາຊາດ ກ່າວເຕືອນສະພາບຜິດປົກກະຕິໃນການພົວພັນລະຫວ່າງ ອາເມລິກາ, ລັດເຊຍ ແລະ ຈີນ

(VOVWORLD) -ການພົວພັນລະຫວ່າງສາມປະເທດມະຫາອໍານາດສໍາຄັນທີ່ສຸດໃນໂລກນີ້ ຍັງບໍ່ເຄີຍຕົກເຂົ້າສູ່ສະພາບການຜິດປົກກະຕິແບບນີ້ຈັກເທື່ອ.

ວັນທີ 24 ມັງກອນ, ທ່ານ Antonio Guterres  ເລຂາທິການໃຫຍ່ ສະຫະປະຊາຊາດ ຖືວ່າ ໂລກພວມປະເຊີນໜ້າກັບການ “ແບ່ງແຍກ” ທີ່ເປັນໜ້າວິຕົກກັງວົນ ເມື່ອກ່າວເຕືອນການພົວພັນລະຫວ່າງບັນດາປະເທດໃຫຍ່  ແມ່ນ ອາເມລິກາ, ລັດເຊຍ ແລະ ຈີນ ພວມໄປເຂວທິດ. ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດໂລກ ຢູ່ Davos, ປະເທດສະວິດ, ທ່ານ Antonio Guterres ຖືວ່າ ການພົວພັນລະຫວ່າງສາມປະເທດມະຫາອໍານາດສໍາຄັນທີ່ສຸດໃນໂລກນີ້ ຍັງບໍ່ເຄີຍຕົກເຂົ້າສູ່ສະພາບການຜິດປົກກະຕິແບບນີ້ຈັກເທື່ອ. ສົງຄາມການຄ້າລະຫວ່າງ ອາເມລິກາ ກັບ ຈີນ ກໍຄືບັນດາປະເທດອື່ນໃນໄລຍະຜ່ານມາ ໄດ້ເຮັດໃຫ້ບັນດາຕະຫຼາດການເງິນໃນໂລກ ຖືກປັ່ນປ່ວນບໍ່ແມ່ນໜ້ອຍ ແລະ ໄດ້ກໍ່ຄວາມວິຕົກກັງວົນວ່າ ພື້ນຖານເສດຖະກິດທົ່ວໂລກ ຈະຫຼຸດລົງ.ໃນຂະນະນັ້ນ, ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ກໍບໍ່ ມີຄວາມສະດວກ ດ້ວຍບັນດາຄໍາກ່າວຫາວ່າ ລັດເຊຍ ໄດ້ແຊກແຊງເຂົ້າການເມືອງຂອງ ອາເມລິກາ ແລະ ຄວາມເຄັ່ງຕຶງຂອງສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF) ແລະ ຖ້າຫາກ ສົນທິສັນຍາສະບັບດັ່ງກ່າວຖືກພັງທະລາຍ ການຊ່ວງເສັງອາວຸດ ອາດຈະເກີດຂຶ້ນຢ່າງແນ່ນອນ.


ຕອບກັບ

ຂ່າວ/ບົດ​ອື່ນ