ສະຫະພາບເອີລົບ-ຫວຽດນາມມຸ່ງໄປສູ່ການພົວພັນທີ່ແຂງແຮງກວ່າ


ສະຫະພາບເອີລົບ-ຫວຽດນາມມຸ່ງໄປສູ່ການພົວພັນທີ່ແຂງແຮງກວ່າ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ສະ​ຫະ​ພາບ​ເອີ​ລົບປະ​ຈຳ​ຫວຽດ​ນາມ ທ່ານ Bruno Angelet

(vovworld)- ສະ​ຫະ​ພາບ​ເອີ​ລົບ-ຫວຽດ​ນາມ​ມຸ່ງ​ໄປ​ສູ່ການ​ພົວ​ພັນ​ທີ່​ແຂງ​ແຮງກວ່າ . ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ສະ​ຫະ​ພາບ​ເອີ​ລົບປະ​ຈຳ​ຫວຽດ​ນາມ ທ່ານ Bruno Angelet ກັບ​ບັນ​ດາ​ສຳ​ນັກ​ງານ​ສື່ມວນ​ຊົນ ເມື່ອ​ຕອນ​ເຊົ້າ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ. ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ສະ​ຫະ​ພາບ​ເອີ​ລົບປະ​ຈຳ​ຫວຽດ​ນາມ ທ່ານ Bruno Angelet ໃຫ້​ຮູ້​ວ່າ ໜ້າ​ທີ່​ຕົ້ນ​ຕໍ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ຢູ່​ຫວຽດ​ນາມ ແມ່ນ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ ສະ​ຫະ​ພາບ​ເອີ​ລົບ​ເຂົ​້າ ຫວຽດ​ນາມ​ຢ່າງແຂງ​ແຮງກວ​່າ, ພັດ​ທະ​ນາການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຢ່າງໝັ້ນ​ຄົງ ແລະ ສ້າງ​ຊົນ​ນະ​ບົດ​ເປັນ​ທັນ​ສະ​ໄໝ, ຜ່ານນັ້ນ ກໍ​ຍົກ​ການ​ພົວ​ພັນ​ຫວຽດ​ນາມ- ສະ​ຫະ​ພາບ​ເອີ​ລົບຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ສະ​ຫະ​ພາບ​ເອີ​ລົບປະ​ຈຳ​ຫວຽດ​ນາມ ທ່ານ Bruno Angelet ເນັ້ນ​ໜັກ​ວ່າ :

    “ ອາດ​ເວົ້າ​ໄດ້​ວ່າ ສະ​ຫະ​ພາບ​ເອີ​ລົບ ແມ່ນ​ຄູ່​ຮ່ວ​ມ​ມື​ທີ່​ດີ​ທີ່​ສຸດ​ຂອງ​ຫວຽດ​ນາມ ເພາະ​ພວກ​ເຮົາ​ໄດ້​ມີວ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ 20 ກວ່າ​ປີ. ປະ​ຈຸ​ບັນ, ສາຍ​ພົວ​ພັນ​ນີ້​ໄດ້​ເປີດ​ກ້ວ​າງສູ່ຫຼາຍ​ຂົງ​ເຂດ​ອື່ນໆ​ເຊັ່ນ: ການ​ເມື​ືອງ, ການ​ຄ້າ. 2 ຝ່າຍ​ໄດ້​ເຊັນ​ສັນ​ຍາ PCA ແລະ ມີຫຼາຍ​ແຜນ​ງານ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອື່ນໆ​ລະ​ຫວ່າງ 2 ຝ່າຍ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ໃໝ່ ”
ຂ່າວ/ບົດ​ອື່ນ