ສະເຫຼີມສະຫຼອງ 12 ວັນ ແລະ ຄືນ ໃນບັ້ນຮົບ “ດ້ຽນບຽນຝູ ທາງອາກາດປີ 1972“

ສະເຫຼີມສະຫຼອງ 12 ວັນ ແລະ ຄືນ ໃນບັ້ນຮົບ “ດ້ຽນບຽນຝູ ທາງອາກາດປີ 1972“ - ảnh 1

(ພາບ:cand.com.vn)

(vovworld) - ​​ກ່ອນ​ນີ້ 40 ປີ, ​ໃນ​ວັນ​ທີ 18/12/1972, ປະ​ນາທາ​ທິບໍດີ​ອາ​ເມ​ລິ​ກາ Nixon ​ໄດ້ອອກ​ຄຳສັ່ງດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຍຸດ​ທະ​ສາດ​ເຂົ້າພາກ​ເໜືອ​ຫວຽດນາ​ມ ດ້ວຍ​ຊື່​ວ່າ: “ບັ້ນ​ຮົບ Linebacker II“. ບັນດາ​ເຮືອບິນ B-52 ນຳ​ເອົາລະ​ເບີ​ດທຳລາຍນັບ​ພັນ​ໂຕນ​ພ້ອມ​ກັບການ​ໜູນ​ຊ່ວຍ​ຂອງ​ກຳ​ປັ່ນ​ເດີນ​ບິນ 5 ລຳ​ໄດ້​ບຸກ​ໂຈມ​ຕີ​ນະຄອນ​ຮ່າ​ໂນ້ຍ ​ແລະ ຫາຍ​ຟ່ອງ. ​ແຕ່​ວັນ​ທີ 18-29/12/1972, ເຮືອບິນ B-52 200 ລຳຂອງ​ອາ​ເມ​ລິ​ກາ ​ໄດ້​ບຸກ​ໂຈມ​ຕີ​ຮ່າ​ໂນ້ຍ ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່​ປະຊາຊົນ​ນະຄອນຫຼວງ. ​ແຕ່​ຮ່າ​ໂນ້ຍ ບໍ່​ຍອມ​ຈຳນົນ, ​ໄດ້​ຕ້ານ​ຄືນ​ຢ່າງ​ອົງອາດ​ກ້າ​ແກ່ນ. ທະຫານ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ຍິງເຮືອບິນ B-52 ຫຼາຍ​ລຳ​ຕົກ ​ແລະ ຍາດ​ໄດ້​ໄຊຊະນະ. ​ໃນ​ຄວາມ​ຊົງ​ຈຳ​ຂອງ​ທ່ານ​ພົນ​ຕີ​ຟ້າ​ມຕວນ, ຜູ້​ໄດ້​ຍິງເຮືອບິນ B-52 ​ຕົກ, ບັນດາ​ອະນຸສອນ​​ແຫ່ງ​ໄລຍະ​ເວລາ​ອັນ​ສະຫງ່າ​ອົງອາດ​ນັ້ນຈະ​ບໍ່​ອາດ​ລືມ​ໄດ້:

   “ການ​ຕໍ່ສູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ດຳ​ເນີນ​ໃນ​ເງື່ອນ​ໄຂ​ພິ​ເສດ​ທີ່​ສຸດ. ສະໜາມ​ບິນ​ອຽນ​ບາຍ​ຖືກເຮືອບິນ B-52 ​ແລະ ​ເຮືອບິນ​ປະ​ເພດ​ອື່ນໆ​ຍິງ​ທຳລາຍ. ​ແຕ່​ສັດຕູ​ບໍ່​ຄິດ​ໄດ້​ວ່າ​ພວກ​ເຮົາ​ສາມາດ​ບິນ​ຂຶ້ນ​ໃນ​ສະໜາມ​ບິນ​ຫ່າງ​ໄກ​ຄື​ແນວ​ນັ້ນ. ພວກ​ເຮົາ​ໄດ້​ສວຍ​ໃຊ້​ໂອກາດ, ​ເຮັດ​ໃຫ້​ກອງທັບ​ອາກາດ​ອາ​ເມ​ລິ​ກາ​ຕົກສະ​ເງີ້“.

    ​ໃນ​ຊຸມ​ວັນ​ນີ້, ການ​ເຄື່ອນ​ໄຫວ​ຕ່າງໆ​​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 17/12, ຢູ່​ສະໜາມ​ຫຼວງ​ໂຮງ​ລະຄອນ​ໃຫ່ຍຮ່າ​ໂນ້ຍ, ​ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປ​ະ “ຮ່າ​ໂນ້ຍ- 12 ​ວັນ ​ແລະ ຄືນ​ປີ 1972-ບົດ​ເພງ​ໄຊ​ແຫ່ງ​ຍຸກ​ສະ​​​ໄໝ“ ຊື່​ງ​ໄດ້​ດຶງ​ດູດ​​​ປະຊາຊົນ​ນະຄອນຫຼວງ​ເປັນ​ຈຳນວນ​ຫຼວງ​ຫຼາຍເຂົ້າຮ່ວມ

ຂ່າວ/ບົດ​ອື່ນ