ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງສາຍ ພົວພັນທາງການ ທູດຫວຽດນາມ - ກຳປູເຈຍ

ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງສາຍ ພົວພັນທາງການ ທູດຫວຽດນາມ - ກຳປູເຈຍ - ảnh 1
( ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh )

( vovworld ) -   ວັນ​ທີ 24/6, ຢູ່​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ( ຫວຽດນາມ ) ​ແລະ ວັນ​ທີ 26/6 ຢູ່​ທີ່​ພະ​ນົບ​ເປັນ ( ກຳປູ​ເຈຍ ) ຈະ​ດຳ​ເນີນ​ພິທີ​ໂຮມ​ຊຸມ​ນູນສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ກຳປູ​ເຈຍ (24/6/1967 – 24/6/2012). ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ເນັ້ນ​ໜັກ​​ວ່າ ​ເລື່ອງສອງ​ປະ​ເທດ​ຈັດ​ຕັ້ງພິທີສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ກຳປູ​ເຈຍ ຢ່າງ​ສົມກຽດນັ້ນ ​ແມ່ນ​ເພື່ອ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ປະ​ເທດ ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ຍພົວພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ອັນ​ດີງາມ, ຄວາມ​ມິດຕະພາບ​ທີ່​ເປັນມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນ​ຄົງ ​ແລະ ຍາວ​ນານ.

ໝາກຜົນໃຫຍ່​ຫຼວງທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ສຳຄັນ​ທີ່​ສຸດ​ໃນ​ໄລຍະ 45 ປີ​ທີ່​ຜ່ານ​ມາ, ນັ້ນ​ແມ່ນ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ສາມັກຄີຮຽງ​ບ່າ​ຮຽນ​ໄຫຼ່, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ນັບ​ທັງ​ອຸທິດເລືອດ​ເນື້ອ​ຂອງ​ຕົນ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ກ້າວເຂົາ​ສູ່​ລວງ​ເລີກ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ສອງ​ປະ​ເທດ​ພວມ​ສ້າງສາ​ຍພົວພັນ “ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ ​ແລະ ຍາວ​ນານ” ​ແລະ ​ເລື່ອງສອງ​ປະ​ເທດ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະ​ຫຼອງ​ປີ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012 ​​ແມ່ນເພື່ອ​ແນ​ໃສ່​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ສ້າງສາ​ຍ ພົວພັນ​ອັນ​ດີງາມ​ນັ້ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ເວົ້າ​ວ່າ.

“ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ທົບທວນຄືນ​ມູນ​ເຊື້ອ​ປະ​ຫວັດ​ສາດອັນ​ສະ​ຫງ່າລາສີ, ສຶກສາ​ມູນ​ເຊື້ອ​ໃຫ້​ແກ່​ບັນດາ​ລຸ້ນໜຸ່ມຫວຽດນາມ ​ແລະ ກຳປູ​ເຈຍ ກ່ຽວ​ກັບ​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດອ້າຍ​ນ້ອງ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​​ຂອງ​ຕົນເພື່ອ​ສັນຕິພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ.”

ລັດຖະບານ, ບັນດາ​ກະຊວງ, ທ້ອງ​ຖີ່​ນຂອງ 2 ຝ່າຍ ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ເຄື​່ອນ​ໄຫວ​ຕ່າງໆ​​ເພື່ອສະ​ເຫຼີ​ມສະຫຼອງ ດ້ວຍ​ຫຼາຍ​ຮູບ​ແບບ​ທີ່​ອຸດົມສົມ​ບູນ, ​ແທດ​ຈິງ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Pham Binh Minh ​ໃຫ້​ຮູ້​ວ່າ:

“ກົງ​ກັບ​ວັນ​ສະ​ເຫຼີ​ມສະຫຼອງ 24/6, ທ່າ​ນນາຍົກລັດຖະມົນຕີ Nguyen Tan Dung ຈະ​ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາ​ຈັກ ກຳ​ປູ​ເຈຍ Xamdec Techo Hunsen ​ເປັນ​ປະທານ​ພິທີ​ເປີດ​ສະຫຼອງ​ຫຼັກໝາຍ​ເລກທີ 314 - ​ເຊິ່ງ​ແມ່ນ​ຫຼັກ​ໝາຍ​ສຸດ​ທ້າຍ​ໃນ​ເສັ້ນ​ຊາຍ​ແດນ​ທາງບົກ​ລະຫວ່າງ 2 ປະ​ເທດ ທີ່​ຂຶ້ນ​ກັບ​ແຂວງ ກຽນ​ຢາງ ຂ​ອງ ຫວຽດນາມ ​ແລະ ​ແຂວງ Kam Pot ຂອງ ກຳປູ​ເຈ​ຍ. ຈາກ​ນັ້ນ, ນາຍົກລັດຖະມົນຕີທັງ 2 ທ່ານ ຈະ​​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຮ່ວມ​ມື​ລົງທຶນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 3 ​ເຊິ່ງຈັດ​ຂຶ້ນ​ຢູ່​ ​ແຂວງ ກຽນ​ຢາງ”

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ຢືນຢັນ​ວ່າ​: ບັນດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ໃນ​ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ 2012 ຈະ​ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮູ້​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ 2 ປະ​ເທດ ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ພົວພັນ 2 ປະ​ເທດ, ກ່ຽວ​ກັບມູນ​ເຊື້ອ​ສາມັກຄີ, ມິດຕະພາບ, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ, ຜ່ານ​ນັ້ນ​ຈະ​ສ້າງທ່າ​ໃຫ້​ແກ່​ການ​ຮ່ວມ​ມື​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້​ແກ່ 2 ປະ​ເທດ​ຍິ່ງ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ