ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ຊູແອັດ

(VOVWORLD) - “ການພົວພັນຄູ່ຮ່ວມມືດັ່ງກ່າວ ບໍ່ພຽງແຕ່ ແມ່ນການພົວພັນລະຫວ່າງລັດຖະບານເທົ່ານັ້ນ ຫາກຍັງແມ່ນການພົວພັນລະຫວ່າງປະຊາຊົນຊູແອັດ ກັບປະຊາຊົນຫວຽດນາມອີກດ້ວຍ...”

        ວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ສະຖານທູດຊູແອັດ ປະຈໍາຫວຽດນາມ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (11/01/1969 – 11/01/2019).

ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ຊູແອັດ - ảnh 1ທ່ານເອກອັກຄະລັດຖະທູດຊູແອັດ ປະຈໍາ ຫວຽດນາມ Pereric Hogbergກ່າວຄໍາເຫັນທີ່ພິທີ (ພາບ:dantri.com.vn)

        ກ່າວຄໍາເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດຊູແອັດ ປະຈໍາ ຫວຽດນາມ Pereric Hogberg  ໄດ້ຫວນຄືນບັນດາຂີດໝາຍອັນດີງາມລະຫວ່າງສອງປະເທດ,ແບ່ງປັນນໍ້າໃຈຄວາມຮັກແພງລະຫວ່າງປະຊາຊົນສອງປະເທດທີ່ສະຫງວນໃຫ້ກັນ ໃນເຄິ່ງສະຕະວັດຜ່ານມາ. ທ່ານເນັ້ນໜັກວ່າ, ຊູແອັດ ແມ່ນປະເທດເອີຣົບຕາເວັນຕົກທໍາອິດ ທີ່ສ້າງຕັ້ງການພົວພັນກັບຫວຽດນາມ ທ່ານກ່າວວ່າ:

        “ການພົວພັນຄູ່ຮ່ວມມືດັ່ງກ່າວ ບໍ່ພຽງແຕ່ ແມ່ນການພົວພັນລະຫວ່າງລັດຖະບານເທົ່ານັ້ນ ຫາກຍັງແມ່ນການພົວພັນລະຫວ່າງປະຊາຊົນຊູແອັດ ກັບປະຊາຊົນຫວຽດນາມອີກດ້ວຍ. ໃນຊຸມປີຜ່ານມາ, ຊາວຫວຽດນາມນັບພັນໆຄົນ ໄດ້ເຂົ້າຮ່ວມບັນດາຫຼັກສູດບໍາລຸງສ້າງ ຢູ່ ຊູແອັດ, ຮໍ່າຮຽນສຶກສາຄົ້ນຄວ້າ ຢູ່ມະຫາວິທະຍາໄລຊູແອັດແຫ່ງຕ່າງໆ ຫຼື ເຮັດວຽກໃຫ້ບັນດາບໍລິສັດ ຊູແອັດ ແລະ ຊາວຊູແອັດນັບພັນຄົນ ກໍໄດ້ ແລະ ກໍາລັງດໍາລົງຊີວິດ ຢູ່ຫວຽດນາມ. ການພົວພັນສະໜິດແໜ້ນລະຫວ່າງສອງປະເທດພວມໄດ້ຮັບການພັດທະນາ”.

        ໃນຂອບເຂດເຫດການສະເຫຼີມສະຫຼອງໃນປີ 2019, ສອງປະເທດ ຈະສົມທົບກັນ ຈັດຕັ້ງບັນດາເຫດການສໍາຄັນອື່ນຫຼາຍຢ່າງຄື ເວທີປາໄສວິສາຫະກິດຫວຽດນາມ - ຊູແອັດ, ເວທີປາໄສ ອາຊຽນ ຢູ່ ຊູແອັດ, ວັນບຸນຫວຽດນາມ ຢູ່ ຊູແອັດ ພ້ອມກັບເຫດການໂຄສະນາທີ່ມີຄວາມໝາຍອື່ນຫຼາຍເຫດການ.

ມາຍລຽນ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ