ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ ຢູ່ອີນໂດເນເຊຍ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ ຢູ່ອີນໂດເນເຊຍ - ảnh 1
( ພາບປະກອບ )

( vovworld ) -    ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ ( 5/9/1962 – 5/9/2012 ) ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການຮ່ວມມື  ຫວຽດນາມ - ລາວ ( 18/7/1977 – 18/7/2012 ), ຕອນ​ຄໍ່າ​ວັນ​ທີ 29/7, ສະຖານທູດ​ຫວຽດນາມ, ຄະນະ​ຜູ້​ແທນ​ຫວຽດນາມ ປະຈ​ຳອາ​ຊຽນ ພ້ອມ​ກັບ​ສະຖານທູດ​ລາວ ​ແລະ ຄະນະ​ຜູ້​ແທນ​ລາວ ປະຈ​ຳອາ​ຊຽນ ຢູ່ອີນ​ໂດ​ເນ​ເຊຍ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ. ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ​ອີນ​ໂດ​ເນ​ເຊຍ ທ່ານ Nguyen Xuan Thuy ຊີ້​ແຈ້ງວ່າ ຈະ​ສືບ​ຕໍ່​ບັນດາ​ມູນ​ເຊື້ອ ​ແລະ ຄຳ​ສັ່ງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ ​ໄກສອນ ພົມວິຫານ, ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ ພ້ອມ​ພ້ອມ​ກັນກ້າວ​ເດ​ີນບົນ​ເສັ້ນທາງສ້າງສາ​ປະ​ເທດ​ຊາດ​ເພື່ອ​ຄວາມ​ຜາ​ສຸກ, ອີ່ມໜຳ​ສຳ​ລານ, ກຽມພ້ອມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ເພື່ອ​​ເຮັດສຳ​ເລັດບັນດາ​ຈຸດໝາຍອັນ​ສູງ​ສົ່ງ​ແມ່ນ​ສ້າງ​ປະ​ເທດຊາດ​ເອກະລາດ, ປະຊາທິປະ​ໄຕ ​ແລະ ຈະ​ເລີ​ນຮຸ່​ງ​ເຮືອງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ຢືນຢັນ​ວ່າ ສາຍ​ພົວພັນ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ພວມ​ສືບ​ຕໍ່​​ໄດ້​ຮັບ​ການພັດທະນາ​ໃນ​ທຸກ​ຂົງ​ເຂດ, ຜ່ານ​ນັ້ນ ປະກອບສ່ວນ​ສ້າງສາ ​ແລະ ພັດທະນາສາຍ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ