ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ ອັກຊັງຕິນ

ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ ອັກຊັງຕິນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັກ​ຊັງ​ຕິນ ຫງວຽນ​ດິ່ງ​ທາວ
ຕ້ອນຮັບຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ
(vietnamplus.vn)


(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກ​ອມມູນິດ​ຫວຽດນາມ ຢູ່​ອັກ​ຊັງ​ຕິນ ຖືກດຳ​ເນີນ​​​ໃນ​ວັນ​ທີ 03/02, ຢູ່ Buenos Aires. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັກ​ຊັງ​ຕິນ ຫງວຽນ​ດິ່ງ​ທາວ ​ໄດ້ຢືນຢັນບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ອາ​ເຊຣີ (PCA) Patricio Achegaray ​ໄດ້​ສະ​ແດງ​ຄວາມ​ເບີກ​ບານ​ຕໍ່​ບັນດາ​ຜົນງານ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ທ່ານ Patricio Achegaray ຢືນຢັນ​ວ່າ, ບັນດາ​ບົດຮຽນ​ອັນລ້ຳ​ຄ່າ​ເຊິ່ງພັກ​ກອມ​ມູນິດ​ຫວຽດນາມ ສະ​ສົມ ​ແລະ ຖອດ​ຖອນ​ມາໄດ້​ໃນ​ວິວັດ​ທະ​ນາ​ການ​ຊີ້​ນຳ​ນຳພາ​ການ​ປະຕິວັດ​ຫວຽດນາມ, ພິ​ເສດ​ແມ່ນ​ບົດຮຽນ​ກ່ຽ​ວກັບ​ຄວາມ​ສາມັກຄີ, ​​ເອກະ​ພາບ ກໍ່​ແມ່ນ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ພັກ​ກອມ​ມູນິດ​ອັກ​ຊັງ​ຕິນ. ​ໃນ​ຂະ​ນະ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ກຸຍ​ບາ ປະຈຳ ອັກ​ຊັງ​ຕິນ Orsestes Perez ຊີ້​ແຈ້ງວ່າ, ພິທີສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກ​ອມມູນິດ​ຫວຽດນາມ ​ແມ່ນ​ເຫດການ​ບໍ່​ພຽງ​ແຕ່ຂອງ​ປະຊາຊົນ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ສຳລັບ​ບັນດາ​ປະ​ເທດ​ອື່ນ​ໃນ​ໂລກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ