ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມອາເມລິກາ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມອາເມລິກາ - ảnh 1
ທ່ານ ຫງວຽນ​ເຕີມ​ຈ໋ຽນ ປະທານ​ສະມາຄົມ​
ມິດຕະພາບ ຫວຽດນາມ - ອາ​ເມ​ລະກາ
(ພາບອິນເຕີແນັດ)

(vovworld) – ວັນ​ທີ 17/10, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽກ​ນາມ - ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (17/10/1945 – 17/10/2014). ນີ້​ກໍ່​ແມ່ນ​ສະມາຄົມ​ມິດຕະພາບ 2 ຝ່າຍ​ທຳ​ອິດ​ຂອງ​ປະຊາຊົນ ຫວຽດນາມ ກັບປະຊາຊົນ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຫງວຽນ​ເຕີມ​ຈ໋ຽນ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລະກາ ​ເນັ້ນ​ໜັກ​ວ່າ: 70ປີ​ຜ່ານ​ມາ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ, ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ​ເໝາະ​ສົມ​ກັບ​ສະພາວະ​ຂອງ​ແຕ່ລະ​ໄລຍະ​ປະຫວັດສາດ​ຂອງ ຫວຽດນາມ ​ແລະ ການ​ພົວພັນ 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ. ​​ໃນ​ໄລຍະ​ປະຈຸ​ບັນ, ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ, ດ້ວຍ​ 7 ສາຂາ​ສະມາຄົມ ​ຢູ່​ບັນດາ​ແຂວງ ນະຄອນ, ສືບ​ຕໍ່​ຍູ້​ແຮງ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ໃນ​ປະຊາຊົນ ທຸກ​ຊັນ​ວັນນະ 2 ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ເພື່ອນ​ມິດ ​ແລະ ຮ່ວມ​ມື​ນັບ​ມື້​ນັບ​ດີງາມ.

ຂ່າວ/ບົດ​ອື່ນ