ສະເຫຼີມສະຫຼອງວັນຊາດ ສະຫະລັດ ອາຣັບ ເອມີເຣດ ຄັ້ງທີ 47

(VOVWORLD) -ປະຊາຊົນ UAE ຈະສືບຕໍ່ຍາດໄດ້ຜົນສຳເລັດຫຼາຍກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ກໍ່ຄືໃນໂລກ.

ຕອນຄ່ຳວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສະຖານທູດ ສະຫະລັດ ອາຣັບ ເອມີເຣດ (UAE) ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ສະຫະລັດ ອາຣັບ ເອມີເຣດ ຄັ້ງທີ 47 (2 ທັນວາ 1971 – 2 ທັນວາ 2018) ແລະ ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສະຫະລັດ ອາຣັບ ເອມີເຣດ ແລະ ຫວຽດນາມ (1 ສິງຫາ 1993 – 1 ສິງຫາ 2018). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາຣັບ ເອມີເຣດ Obaid Saeed Obaid Bintaresh AI Dhaheri ເນັ້ນໜັກວ່າ ໂອກາດສະເຫຼີມສະຫຼອງວັນຊາດປີນີ້ ມີຄວາມໝາຍເປັນພິເສດ ເພາະກົງກັບເຫດການສະເຫຼີມສະຫຼອງ ຄົບຮອບ 100 ປີແຫ່ງວັນຄ້າຍວັນເກີດຜູ້ສ້າງຕັ້ງ UAE ແລະ ສະເຫຼີມສະຫຼອງ 25 ແຫ່ງວັນສ້າງຕັ້ງສາຍພົວພັນການທູດ UAE ແລະ ຫວຽດນາມ, ຕາມການເວລາແລ້ວ, ການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ ຜ່ານບັນດາການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງ ສອງປະເທດ, ການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສສາກົນ.

ເນື່ອງໃນໂອກາດນີ້, ທ່ານນາງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນເຟືອງງາ ກໍ່ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງທ່ານປະທານາທິບໍດີ Sheikh Khalifa bin Zayed AI Nahyan, ປະຊາຊົນ UAE ຈະສືບຕໍ່ຍາດໄດ້ຜົນສຳເລັດຫຼາຍກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ກໍ່ຄືໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ