ສະເໝີຕົວສູນຄົ້ນຄວ້າແລະພັດທະນາວັດທະນະທຳຮຸ່ງເວືອງ

ສະເໝີຕົວສູນຄົ້ນຄວ້າແລະພັດທະນາວັດທະນະທຳຮຸ່ງເວືອງ - ảnh 1
ສະເໝີຕົວສູນຄົ້ນຄວ້າແລະພັດທະນາວັດທະນະທຳຮຸ່ງເວືອງ
(ພາບ: cand)

(vovworld) - ວັນ​ທີ 15/05 ຢູ່​ຮ່າ​ໂນ້ຍ, ສູນ​ຄົ້ນຄວ້າ ​ແລະ ພັດທະນາ​ວັດທະນະທຳຮຸ່ງ​​ເວື​ອງ ​ໄດ້​ຮັບ​ການສະ​ເໝີ​ຕົວຢ່າງ​ເປັນ​ທາງ​ການ. ສູນ​ການ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ​ເຊິ່ງມີໜ້າ​ທີ່​ຄົ້ນຄວ້າ, ພັດ​ທະນະ​ວັດທະນະທຳຍຸກ​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ, ຄຸນຄ່າວັດທະນະທຳ​ທີ່ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ, ຄຸນຄ່າ​ວັດທະນະທຳ​ມະນຸດ ​ແລະ ຄວາມ​ຮັກ​ແພງ​ກັນ​ໃນ​ພື້ນຖານ​ວັດທະນະທຳ ວັນ​ລາງ. ບັນດາ​ການ​ຄົ້ນຄວ້າ​ນີ້ ປະກອບສ່ວນ​ຢັ້ງຢືນປະຫວັດສາດອັນສະຫງ່າ​ລາສີ​ໃນ​ການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​​ຊາດ ຫວຽດນາມ, ​ເສີມ​ຂະຫຍາຍສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ຮັກສາ​ວັດທະນະທຳ​ທີ່​​ເປັນ​ມູນ​ເຊື້ອ​ຂອງ​ລຸ່ນປູ່​ລຸ່ນພໍ່​ປະ​ໄວ້​ໃຫ້. ສູນ​ຄົ້ນ​ຄວ້າ​ກໍ່​ຈະ​ເຕົ້າ​ໂຮມ, ຮ່ວມ​ມື​ກັບ​ບັນດາ​ນັກວິທະຍາສາດ, ນັກຄົ້ນຄວ້າທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໂດຍ​ຜ່ານ​ບັນດາ​ເອກະສານ, ມໍລະ​ດົກວັດທະນະທຳ, ​ໂຄງການ​ຄົ້ນຄວ້າ​ກ່ຽວ​ກັບ​ບັນດາ​ຄູນ​ຄ່າ​ວັດທະນະທຳ​ຍຸກ​ສະ​ໄໝ ລາດ​ຊະ​ວົງ​ຮຸ່ງ ​ແລະ ປະຫວັດສາດ​ຂອງ​ຊາດ​ຜ່ານ​ໄລຍະ​ນັບ​ພັນ​ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ປະຈຸ​ບັນ, ສູນ​ຄົ້ນ​ຄວ້າ​ພວມ​ຂົນຂວາຍ​ປະຕິບັດ​ແນວ​ຄວາມ​ຄິດ​ໃນ​ການ​ກໍ່ສ້າງ​ວິຫານ​ເຈົ້າ​ຊີວິດ ຮຸ່ງ ຢູ່​ບາງ​ທ້ອງ​ຖິ່ນ. ນັ້ນ​ແມ່ນ​ໂຄງການ​ວິຫານ ຮຸ່ງ ​ແລະ ທາດ ຮຸ່ງ​ເວື​ອງຢູ່​ເມືອງ​ເກາະ ຟູ໋ກວກ ​ແຂວງ ກຽນ​ຢາງ ​ແລະ ​ເມືອງ​ເກາ​ະ ​ເຈື່ອງ​ຊາ ​ແຂວງ ​ແຄ໋ງຮ່ວາ.

ຂ່າວ/ບົດ​ອື່ນ