ສາກົນ ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ອີຣານ ຈົ່ງລະງັບໃຈ

(VOVWORLD) - ບັນດາປະເທດຢູ່ພາກພື້ນ, ຄື: ຊະອຸດີ ອາຣາເບຍ, ກາຕາ ແລະ ບັນດາປະເທດ ສະຫະລັດອາຣັບ ເອມມີເລດ (UAE) ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

        ໃນສະພາບຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ - ອີຣານ ເພີ່ມຂຶ້ນໃນຮຸ່ງເຊົ້າວັນທີ 13 ມິຖຸນາ, ຫຼາຍປະເທດໄດ້ອອກສຽງສະແດງຄວາມວິຕົກກັງວົນ, ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຫຼີກລ່ຽງສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງຮ້າຍແຮງຢູ່ເຂດຕາເວັນອອກກາງ, ນາບຂູ່ເຖິງຄວາມສະຖຽນລະພາບ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ເດີນຕາມມາດຕະການແກ້ໄຂທາງການທູດ.

        ບັນດາປະເທດຢູ່ພາກພື້ນ, ຄື: ຊະອຸດີ ອາຣາເບຍ, ກາຕາ ແລະ ບັນດາປະເທດ ສະຫະລັດອາຣັບ ເອມມີເລດ (UAE) ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ໃນຂະນະນັ້ນ, ຕວັກກີ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳທີ່ມີຄວາມສ່ຽງເຮັດໃຫ້ການປະທະກັນລະເບີດຂຶ້ນຢູ່ພາກພື້ນ, ແກ້ໄຂບັນດາບັນຫາຜ່ານທາງການທູດ.

        ໃນວັນດຽວກັນ, ທ່ານ Mark Rutte, ເລຂາທິການໃຫຍ່ NATO ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ບັນດາປະເທດສຳພັນທະມິດ NATO, ໃນນັ້ນມີ ອາເມລິກາ, ມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນ ຕາເວັນອອກກາງ

ຕອບກັບ

ຂ່າວ/ບົດ​ອື່ນ