ສາກົນຄາດຄະເນການເຕີບໂຕເສດຖະກິດທີ່ຕັ້ງໜ້າຂອງ ຫວຽດນາມ

(VOVWORLD) -ບໍລິສັດຈັດອັນດັບຄວາມໄວ້ວາງໃຈ Moodys ໄດ້ຍົກລະດັບການຄາດຄະເນການເຕີບໂຕປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 8,5%, ເຊິ່ງແມ່ນລະດັບສູງສຸດໃນຈຳນວນບັນດາພື້ນຖານເສດຖະກິດອາຊີ - ປາຊີຟິກ.

ໃນອາທິດຜ່ານມາ, ບັນດາອົງການຈັດຕັ້ງສາກົນໄດ້ຍົກອອກການຄາດຄະເນຕີລາຄາ ໂດຍອີງໃສ່ແງ່ຫວັງເຕີບໂຕເສດຖະກິດປີ 2022 ຂອງ ຫວຽດນາມ.

ຕາມນັ້ນແລ້ວ, ບໍລິສັດຈັດອັນດັບຄວາມໄວ້ວາງໃຈ Moodys ໄດ້ຍົກລະດັບການຄາດຄະເນການເຕີບໂຕປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 8,5%, ເຊິ່ງແມ່ນລະດັບສູງສຸດໃນຈຳນວນບັນດາພື້ນຖານເສດຖະກິດອາຊີ - ປາຊີຟິກ. ຫວຽດນາມ ກໍ່ແມ່ນປະເທດໜຶ່ງດຽວຢູ່ພາກພື້ນໄດ້ຮັບການດັດປັບເພີ່ມຂຶ້ນຈາກ Moodys. Moodys ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງແມ່ນປະເທດໄດ້ຮັບແຫຼ່ງທຶນຫັນປ່ຽນຈາກບາງປະເທດໃກ້ຄຽງ.

ສ່ວນຕາມບົດລາຍງານຄົ້ນຄວ້າຕະຫຼາດຂອງ Fitch ແລ້ວ, ຫວຽດນາມ ຢືນອັນດັບທີ 5 ໃນຈຳນວນ 35 ປະເທດອາຊີ ກ່ຽວກັບພື້ນຖານດ້ານເສດຖະກິດເປີດ. Fitch ຖືວ່າ, ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືສູນຜະລິດສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ປະຈຸບັນ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງພວມປະກາດແນວຄິດເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ຄື Foxconn, Central Group…

ຕອບກັບ

ຂ່າວ/ບົດ​ອື່ນ