ສ້າງຕັ້ງຄະນະຊິ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2021 – 2025

(VOVWORLD) -ຄະນະຊີ້ນຳສູນກາງມີພາລະບົດບາດຊ່ວຍນາຍົກລັດຖະມົນຕີຄົ້ນຄວ້າ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງເຖິງການຄຸ້ມຄອງ ແລະ ຈັດການປະຕິບັດໂຄງການເປົ້າໝາຍແຫ່ງຊາດໄລຍະ 2021-2025.
ສ້າງຕັ້ງຄະນະຊິ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2021 – 2025 - ảnh 1(ພາບປະກອບ: TTXVN)

ວັນທີ 18 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2021 – 2025. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ເປັນຫົວໜ້າຄະນະ.

        ຂໍ້ຕົກລົງຊີ້ແຈ້ງວ່າ, ຄະນະຊີ້ນຳສູນກາງມີພາລະບົດບາດຊ່ວຍນາຍົກລັດຖະມົນຕີຄົ້ນຄວ້າ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງເຖິງການຄຸ້ມຄອງ ແລະ ຈັດການປະຕິບັດໂຄງການເປົ້າໝາຍແຫ່ງຊາດໄລຍະ 2021-2025.

        ພ້ອມກັນນັ້ນ, ຊ່ວຍນາຍົກລັດຖະມົນຕີ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ ແລະ ຈັດການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2021 – 2025 ໃຫ້ສົມບູນແບບ; ຕີລາຄາ, ປະເມີນຜົນ, ສະຫຼຸບການປະຕິບັດບັນດາເປົ້າໝາຍແຫ່ງຊາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ