ສ້າງຕັ້ງສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ

ສ້າງຕັ້ງສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ່​ຕົກລົງ​ສ້າງ​ຕັ້ງສະພາ​ຊີ້​ນຳ​ຮຽບຮຽງ​ວັດຈະນານຸກົມຊັບ​ພະ​ວິຊາຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເປັນ​ປະທານ​ສະພາ. ສະພາ​ຊີ້​ນຳ​ຮຽບຮຽງ​ວັດຈະນານຸກົມຊັບ​ພະ​ວິຊາຫວຽດນາມ ມີ​ບັນດາ​ໜ້າ​ທີ່​ຄື ​​ເປັນ​ເສນາ​ທິການ, ສະ​ເໜີ​ກັບ​ນານ​ຍົກ​ລັດຖະມົນຕີ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ຮຽບຮຽງວັດຈະນານຸກົມຊັບ​ພະ​ວິຊາຫວຽດນາມ; ຊ່ວຍ​ນາຍົກລັດຖະມົນຕີຊີ້ນຳ, ສົມທົບ​ວຽກ​ງານ​ກ່ຽວຂ້ອງ​ເຖິງ​ການ​ຮຽບຮຽງວັດຈະນານຸກົມຊັບ​ພະ​ວິຊາຫວຽດນາມ ຮັບປະກັນ​ຖືກ​ຕາມ​ຄວາມ​ຮຽກຮ້ອງ, ຈຸດໝາຍ ​ແລະ ລະດັບ​ຄວາມ​ຄືບ​ໜ້າ​ຂອງ​ແຜນ​ຮ່າງ​ທີ່​ໄດ້​​ເຊັ່ນອະນຸມັດ​ຜ່ານ; ຊີ້​ນຳ​ອະນຸມັດ ​ແລະ ຮຽບຮຽງ​ດ້ານ​ເນື້ອ​ໃນ, ພິມ​ຈຳໜ່າຍວັດຈະນານຸກົມຊັບ​ພະ​ວິຊາຫວຽດນາມ…

ຂ່າວ/ບົດ​ອື່ນ