ສ້າງເງື່ອນໄຂດີທີ່ສຸດໃຫ້ວິສາຫະກິດສຳພັດແຫຼ່ງກຳລັງພັດທະນາການຜະລິດດຳເນີນທຸລະກິດ

ສ້າງເງື່ອນໄຂດີທີ່ສຸດໃຫ້ວິສາຫະກິດສຳພັດແຫຼ່ງກຳລັງພັດທະນາການຜະລິດດຳເນີນທຸລະກິດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈ​ິ້ງ​ດິ່ງ​ຢຸງ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: VGP)

(vovworld) - ​ ​ວັນ​ທີ 26/05, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈ​ິ້ງ​ດິ່ງ​ຢຸງ, ໄດ້​ເປັນ​ປະ​ທານກອງ​ປະ​ຊຸມກວດກ​າ​ຄືນ​ສະ​ພາບ​ຜັນ​ຂະ​ຫຍາຍການ​ສ້າງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ​້ອງ​ເຖິງ​ການ​ຮັບ​ປະ​ກັນ​ເງື່ອນ​ໄຂ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ພາຍ​ຫຼັງ​ກວດ​ກາ​ເນື້ອ​ໃນ​, ​ຄວາມ​ຄືບ​ໜ້າ​​ໃນການ​ສ້າງ​ລະ​ຮ່າງ​ມະ​ຕິ​ແຕ່​ລະ​ສະ​ບັບຢ່າງລະ​ອຽດ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ເນັ້ນ​ໜັກ​​ເຖິງຄາດ​ໝາຍ​ປະ​ຕິ​ບັດ​ຄວາມ​ປາດ​ຖະ​ໜາ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ, ໃນ​ນັ້ນ​​ຄວາມຮຽກ​ຮ້ອງ​​​ສຳ​ຄັນ​ທີ່​ສຸດ​ແມ່ນການ​ປະ​ຕ​ິ​ຮູບ​​ລະ​ບອບ. ​ໂດຍລະ​ອຽດ​ແມ່ນ, ຕ້ອ​ງ​ສ້າງ​ລະບອບ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ວິ​ສາ​ຫະ​ກິດ, ປະ​ຊ​າ​ຊົນ​ສຳ​ພັດ​ກັບ​ແຫຼ່ງ​ກຳ​ລັງ​ເພື່ອ​​ພັດ​ທະ​ນາ​ການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຕາມທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ແລ້ວ, ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໄດ້​ຮີບ​ເຮັ່ງ​ປະ​ຕິ​ບັດ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​​ປັບ​ປຸງລະ​ບອບ​​ໃນ​ຂົງ​ເຂດ​ຮັບ​ຜິ​ດ​ຊ​ອບ​; ກວດ​ກາ​ຄືນ​ບັນ​ດາ​ເງື່ອນ​ໄຂ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຍັງ​ບໍ່​ທັນ​ເໝາະ​ສົມ, ກີດ​ຂວາງເຖິງ​ການ​ພັດ​ທະ​ນາ. ໃນ​ໄລ​ຍ​ຈະ​ມ​າ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ​ຮີບ​ເຮັ່ງ​ປະ​ຕິ​ບັດ​ວຽກ​ງານ​ທີ່​ຍັງ​ເຫຼືອ​ຂອງ​ຕົນ ແລະ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ.

ຂ່າວ/ບົດ​ອື່ນ