ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສາທາລະນະລັດສະຫະພັນເຢຍລະມັນ ລົງທຶນເຂົ້າ ຫວຽດນາມ

(VOVWORLD) - ຫວຽດນາມ ເປັນເຈົ້າການສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ເຢຍລະມັນ ຮ່ວມມືລົງທຶນກັບບັນດາວິສາຫະກິດທ້ອງຖິ່ນໃນຫຼາຍຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ… 
ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສາທາລະນະລັດສະຫະພັນເຢຍລະມັນ ລົງທຶນເຂົ້າ ຫວຽດນາມ - ảnh 1 ພາບປະກອບ: ບັນດາວິສາຫະກິດ ເຢຍລະມັນເຂົ້າຮ່ວມລາຍການ

ນີ້ແມ່ນບົດປາໄສຂອງທ່ານ ຫງວຽນຮ່ວາງລອງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ທີ່ການໂອ້ລົມສົນທະນາ “ພົບປະເຢຍລະມັນ 2017”, ໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເຢຍລະມັນ ຢູ່ ຫວຽດນາມ ແລະ ກົມພົວພັນຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ສົມທົບກັນຈັດຕັ້ງ, ໃນວັນທີ 12 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ. ຕາມທ່ານ ຫງວຽນຮ່ວາງລອງ ແລ້ວ, ສາທາລະນະລັດສະຫະພັນເຢຍລະມັນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ສະຫະພາບເອີລົບ, ພ້ອມທັງເປັນປະຕູຂົນສົ່ງຕໍ່ສິນຄ້າ ຫວຽດນາມ ໄປ ເອີລົບ ທີ່ສຳຄັນ. ໃນຊຸມປີຜ່ານມາ, ບັນດາວິສາຫະກິດ ເຢຍລະມັນ ໄດ້ສະແດງຄວາມເອົາໃຈໃສ່ກໍ່ຄືລົງທຶນ ແລະ ຜັນຂະຫຍາຍການປະຕິບັດຫຼາຍໂຄງການຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ, ໃນນັ້ນມີ 5 ແຂວງ, ນະຄອນຄື: ນະຄອນໂຮ່ຈີມິນ, ດ່ານັ້ງ, ດົ່ງນາຍ, ລອງອານ, ບີ່ງເຢືອງ ປະຈັນບານໃນການດຶງດູດວິສາຫະກິດ, ກຸ່ມບໍລິສັດຂອງເຢຍລະມັນ ເຂົ້າມາລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ