ສາຍທາງແດງ-ສາຍທາງຂົນຂວາຍບໍລິຈາກເລືອດຫວຽດນາມປີ2016

ສາຍທາງແດງ-ສາຍທາງຂົນຂວາຍບໍລິຈາກເລືອດຫວຽດນາມປີ2016 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/07, ສະ​ຖາ​ບັນ​ໂລ​ຫິກສາດ ​ແລະ ສົ່ງ​ເລືອດ​ສູນ​ກາງຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ແນະນຳ​ກ່ຽວ​ກັບສາຍທາງ​ແດງ - ​ສາຍ​ທາງ​ຂົນຂວາຍ​ບໍລິຈາກ​​ເລືອດ​ ຫວຽດນາມ ປີ 2016. ຕາມ​ນັ້ນ​ແລ້ວ, ຄາດ​ຄະ​ເນ​ວ່າ ​ການ​ເຄື່ອນ​ໄຫວນີ້ ຈະ​ໄດ້​ຮັບ​ເລືອດ​ບໍລິຈາກ 20.000 ຖົງ​, ປະກອບ​ສ່ວນ ​ແກ້​ໄຂ​ສະ​ພາບ​ການຂາດ​ເລືອດ​ໃນ​ລະດູ​ຮ້ອນ. ​ສາຍ​ທາງ​ແດງ​ປີ​ນີ້ ດຳ​ເນີນ​ໃນ​ໄລຍະ​ເວລາ 1 ​ເດືອນ, ​ເລີ່​ມຕົ້ນ​ແຕ່​ວັນ​ທີ 01/07 ຢູ່ 27 ​ແຂວງ, ນະຄອນ. ​ໃນ​ນັ້ນ ຄະນະ​ພາກ​ໃຕ້​ຈະ​ເລີ່​ມຕົ້ນ​ແຕ່​ເກາະ ຟຸ໋ກວກ ​ແຂວງ ກຽນ​ຢາງ ຜ່ານ 15 ​ແຂວງ, ນະຄ​ອນ. ຄະນະ​ພາກ​ເໜືອ​ຈະ​ເລີ່​ມຕົ້ນ​ແຕ່ ຮ່າ​ໂນ້ຍ ​​ເຖິງ 11 ​ແຂວງ, ນະຄອນ. ​ເລື່ອງ​ຈັດ​ຕັ້ງ​ສາຍທາງ​ແດງ ​ເພື່ອ​​ແນ​ໃສ່ຂົນຂວາຍ​ບັນດາ​ເປົ້າ​ໝາຍອື່ນໆ​ໃນ​ສັງ​ຄົມ ​​ເຂົ້າ​ຮ່ວມ​ການ​ບໍລິຈາກ​​ເລືອດ​ອາສາ​ສະ​ໝັກ ຫາກບໍ່ພຽງ​ແຕ່​ແມ່ນ​ກຳລັງ​ນັກ​ສຶກສາ​ຄື​ປະຈຸ​ບັນ. ສາດສະດາຈານ ຫງວຽນ​ແອ​ງຈີ໋ ຫົວໜ້າ​ສະ​ຖາ​ບັນ​ໂລ​ຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ​ໃຫ້​ຮູ້​ວ່າ:

        “ຄວາມ​ຕ້ອງການ​ສົ່ງ​ເລືອດ​ຢູ່ ຫວຽດນາມ ຈະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພື້ນຖານ​ການ​ແພດ​ຂອງ ຫວຽດນາມ ນັບ​ມື້​ນັບ​ພັດທະນາ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຄົນ​ເຈັບ. ພຽງ​ແຕ່​ມີ​ບັນດາ​ເຕັກ​ນິກສູງ ຈຶ່ງ​ຕ້ອງ​ສົ່ງ​ເລືອດ​ໂດຍ​ສະ​ເພາະແມ່ນການຜ່າຕັດ​ພິ​ເສດ. ການ​ແພດນັບ​ມື້​ນັບ​ພັດທະນາ, ຄວາມ​ຕ້ອງການ​ສົ່ງ​ເລືອດນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເພາະສະ​ນັ້ນ ອ​ົງການ​ອະນາ​ໄມໂລກຢັ້ງຢືນ​ສະພາບ​ການ​ນຳ​ໃຊ້​ເລືອດ ​ແມ່ນ​ 1 ​ໃນ 3 ມາດຖານ ​ເພື່ອ​ຕີ​ລາຄາ​ການ​ພັດທະນາ​ດ້ານການ​ແພດຂອງ​ປະ​ເທດ, ​ໂຮງໝໍ.

ຂ່າວ/ບົດ​ອື່ນ