ສາສະໜາກາວດ່າຍຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

ສາສະໜາກາວດ່າຍຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ - ảnh 1
(ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາ​ງ
​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ​ ຫງວຽນ​ທ້ຽນ​ເຍີນ)


(vovworld) - ວັນ​ທີ 23/11, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາ​ງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ​ ຫງວຽນ​ທ້ຽນ​ເຍີນ ໄດ້​ຝາກ​ຈົດໝາຍ​ອວຍ​ພອນ​ບັນ​ດາທ່ານ​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ ແລະ ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ ກາວ​ດ່າຍ ​ໝົດທຸກ​ຄົນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 90 ປີ​​ແຫ່ງ​ວັນ​ບຸນ​ສ້າງ​ຕັ້ງ​ສາ​ສະ​ໜາ​ກາວ​ດ່​າຍ. ໃນ​ຈົດ​ໝາຍ, ທ່ານ​ ຫງວຽນ​ທ້ຽນ​ເຍີນ​ ຢືນ​ຢັນ​ວ່າ: ຜ່ານ​ໄລ​ຍະ 90 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ດ້ວຍ​ມູນ​ເຊື້ອ​ຮັກ​ຊາດ, ສະ​ໜິດ​ຕິດ​ພັນ, ຮ່ວມ​ເດີນ​ທາງ​ພ້​ອມ​ກັບ​ປະ​ເທດ​ຊ​າດ, ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ກາວດ່າຍ ໄດ້​ຍົກ​ສູງນ້ຳ​ໃຈ​ຮັກ​ຊາດ, ​ມີ​ຄວາມສາ​ມັກ​ຄີ​ພ້ອມ​ກັບ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຍາມ​ໃດບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ກາວ​ດ່າຍ ​ກໍ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັ​ກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ ເປັນ​ຢ່າງ​ດີ; ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ວຽກ​ງານ​​ການກຸ​ສົນ​​ດ້ານສັງ​ຄົມ ປະ​ກອບ​ສ່ວນ​ພ້ອມ​ກັບ​ພັກ, ອ​ຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ ຫງວຽນ​ທ້ຽນ​ເຍີນ ເຊື່ອ​ໝັ້ນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ຊາ​ຊົນ​ເຊື່ອ​ຖື​ສາ​ສະ​ໜາ​ກາວ​ດ່າຍ ​ຈະສືບ​ຕໍ່​ເສ​ີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງກ​ຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົ​ນ​ທັງ​ຊາດ​, ເຂົ້າ​ຮ່ວມ​ບັນ​ດາ​ບັ້ນ​ຂົນ​ຂວາຍ​ໂ​ດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊ​າດ ປຸກ​ລະ​ດົມ​ເປັນ​ຢ່າງ​ດີ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປ່ຽນ​ໃໝ່​ປະ​ເທດ​ຊາດຢ່າງ​ສົມ​ເຫດ​ສົມ​ຜົນ.

ຂ່າວ/ບົດ​ອື່ນ