ສຳນັກພິມການເມືອງແຫ່ງຊາດ-ຊຶເທິດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ

ສຳນັກພິມການເມືອງແຫ່ງຊາດ-ຊຶເທິດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ - ảnh 1
ທ່ານ​ນາງຮອງປະ​ທານ​ປະ​ເທດຫງວຽນ​ທິຢ​ວານໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໃຫ້​ແກ່ ສຳ​ນັກພິມ​ການ​ເມືອງ​ແຫ່ງ​ຊາດ-ຊຶ​ເທິດ


(vovworld)- ຕອນ​ເຊົ້າ​ວັນ​ທີ  5/12, ຢູ່​ຮ່າ​ໂນ້ຍ, ສຳ​ນັກພິມ​ການ​ເມືອງ​ແຫ່ງ​ຊາດ-ຊຶ​ເທິດ(ແປ​ວ່າ ຄວາມ​ຈິງ)ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອຂອງ​ຕົນ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ​້ອງ, ອະ​ດີດ​ປະ​ທານ​ປະ​ເທດ ເລ​ດຶກ​ແອງ, ອະ​ດີດ​ປະ​ທານ​ປະ​ເທດ ເຈີນ​ດຶກ​ເລືອງ, ຮອງປະ​ທານ​ປະ​ເທດຫງວຽນ​ທິຢ​ວານ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ນາງ ຮອງປະ​ທານ​ປະ​ເທດຫງວຽນ​ທິຢ​ວານ ໄດ້​ຮັບ​ຮູ້​ບັນ​ດາ​ຜົນ​ງານ​ປະ​ກອບ​ສ່ວນ​ຂອງສຳ​ນັກພິມ​ການ​ເມືອງ​ແຫ່ງ​ຊາດ-ຊຶ​ເທິດໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຊາດ​ຫວຽດ​ນາມ​ຜ່ານ​ໄລ​ຍະ​ຕ່າງໆ. ທ່ານ​ນາງຮອງປະ​ທານ​ປະ​ເທດຫງວຽນ​ທິຢ​ວານ ກ່າວ​ວ່າ :

    “ ເພີ່ມ​ທະ​ວີ​ການ​ຊີ້​ນຳ​ກ່ຽວ​ກັບ​ທິດ​ສະ​ດີ, ເຜີຍ​ແຜ່​ບົດ​ຮຽນ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ໃຫ້​ແກ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ໜ້າ​ທີ່​ຍຸດ​ທະ​ສາດ​ສ້າງ​ສາ ແລະ ປັກ​ປັກ​ຮັກສາ​ປະ​ເທດຊາດ​ຢ່າງ​ມີ​ໄຊ. ໝູ່​ຄະ​ນະ​ພະ​ນັກ​ງານ, ກຳ​ມະ​ກອນ ສຳ​ນັກພິມ​ການ​ເມືອງ​ແຫ່ງ​ຊາດ-ຊຶ​ເທິດຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ສຳ​ນັກ​ງານ​ພິມ​ຈຳ​ໜ່າຍ​ທິດ​ສະ​ດີ​ການ​ເມືອງ​ກົດ​ໝາຍ​ທີ່ຫຼັກ​ແຫຼ່ງ​ຂອງ​ພັກ ແລະ ລັດ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ເປີດ​ກ້​ວາງ​ແນວ​ຮົບ​ດ້ານ​ແນວ​ຄິດ​ຂອງ​ພັກ, ປະ​ຕິ​ບັດ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ກົມ​ການ​ເມ​ືອງ​, ຄະ​ນະ​ເລ​ຂາ​ສູນ​ກາງກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ແຜນ​ການ​ຜະ​ລິດ​ປຶ້ມ​ທິດ​ສະ​ດີເປັນ​ຢ່າງ​ດີ”

    ເນື່ອງ​ໃນ​ໂອ​ກາດນີ້, ໂດຍ​ຕາງ​ໜ້າ​ໃຫ້​ພັກ ແລະ ລັດ, ທ່ານ​ນາງຮອງປະ​ທານ​ປະ​ເທດຫງວຽນ​ທິຢ​ວານໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໃຫ້​ແກ່ ສຳ​ນັກພິມ​ການ​ເມືອງ​ແຫ່ງ​ຊາດ-ຊຶ​ເທິດ.

 

ຂ່າວ/ບົດ​ອື່ນ