ສ.ເກົາຫຼີ ສະເໜີດຳເນີນການເຈລະຈາ ຂັ້ນລັດຖະມົນຕີກັບ ສປປ.ເກົາຫຼີ

ສ.ເກົາຫຼີ ສະເໜີດຳເນີນການເຈລະຈາ ຂັ້ນລັດຖະມົນຕີກັບ ສປປ.ເກົາຫຼີ - ảnh 1
ເຂດ​ອຸດສາຫະກຳ​ລວມ Keasong
(ພາບຈາກອີນເຕີແນດ)


(vovworld) - ວັນ​ທີ 06/06, ທ່ານ​ລັດຖະມົນຕີ​ກະຊວງເອກະ​ພາບສ.​ເກົາຫຼີ Ryoo Kihl jae ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຢາກ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ກັບ ສປປ.​ເກົາຫຼີ ​ໃນ​ວັນ​ທີ 12/06 ​ຈະ​ມາ​ເຖິງຢູ່​ເຊີ​ອຸນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ເຂດ​ອຸດສາຫະກຳ​ລວມ Keasong, ​ເຂດ​ທ່ອງ​ທ່ຽວ​ຢູ່​ພູ Kumgang ກໍ​ຄື​ບັນຫາ​ບັນດາ​ຄອບຄົວ​ຖືກ​ພັກ​ພາກ​ຈາກ​ກັນ​ລະຫວ່າງ 2 ພາກ​ເກົາຫຼີ. ຄຳເຫັນຂອງ​ທ່ານ​ລັດຖະມົນຕີກະຊວງເອກະ​ພາບສ.​ເກົາຫຼີ ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່ ສປປ.​ເກົາຫຼີ ​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ເປັນ​ທາງ​ການ​ລະຫວ່າງ 2 ພາກ​ໃນ​ວັນ​ດຽວ​ກັນ. ພຽງ​ຢາງ ສະ​ເໜີ​ໃຫ້​ເຊີ​ອຸນ ​ເລືອກ​ເວລາ ​ແລະ ສະຖານ​ທີ່​ເພື່ອ​ດຳ​ເນີນ​ການ​ເຈລະຈາ. ທ່ານ Ryoo ຮຽກຮ້ອງ​ ສປປ.​ເກົາຫຼີ ​ເລີ່​ມ​ໃຫ້​ບັນດາ​ຊ່ອງ​ຕິດ​ຕໍ່​ພົວພັນ​ເຄື່ອນ​ໄຫວຄືນ​ໃໝ່ ​ເພື່ອ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ຂັ້ນ​ນັກ​ວິຊາ​ການ ​ແນ​ໃສ່ກະກຽມ​ໃຫ້ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ໃນ​ອາທິດ​ໜ້າ, ພ້ອມ​ທັງ​ສະ​​ແດງຄວາມ​ປາດ​ຖະໜາ​ວ່າ “​ເລື່ອງ​ດຳ​ເນີນ​ການ​ເຈລະຈາ​ແມ່ນກາລະ​ໂອກາດ​ເພື່ອ​ໃຫ້​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ ພັດທະນາ​ຕາມ​ທິ​ດ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ”.

ຂ່າວ/ບົດ​ອື່ນ