ສ.ເກົາຫຼີ,ຈີນ,ຍີ່ປຸ່ນດຳເນີນຮອບເຈລະຈາຄັ້ງໃໝ່ກ່ຽວກັບFTA3ຝ່າຍ

ສ.ເກົາຫຼີ,ຈີນ,ຍີ່ປຸ່ນດຳເນີນຮອບເຈລະຈາຄັ້ງໃໝ່ກ່ຽວກັບFTA3ຝ່າຍ - ảnh 1
ຮອບ​ເຈ​ລະ​ຈາ FTA 3 ຝ່າຍ​ຢູ່ ໂຕ​ກຽວ ໃນ​ວັນ​ທີ 16/1
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 12/5, ​ຜູ້​ຕາງ​ໜ້າ​ຂອງ ສ. ເກົ​າຫຼີ, ຈີນ ແລະ ຍີ່​ປຸ່ນ ໄດ້​ເລີ່ມ​ຕົ້ນ​ຮອບ​ເຈ​ລະ​ຈາ​ຄັ້ງ​ໃໝ່​ທີ່​ແກ່​ຍາວ​ເປັນ​ເວ​ລາ 2 ວັນ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) 3 ຝ່າຍ​ຢູ່ ເຊີ​ອູນ, ສ. ເກົາຫຼີ, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງ. ນີ້​ແມ່ນ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 7 ກ່ຽວ​ກັບ FTA ນັບ​ແຕ່​ເມື່ອ 3 ປະ​ເທດ​ຈັດ​ຕັ້ງ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 1 ໃນ​ເດືອນ 3/2013. ຮອບ​ເຈ​ລະ​ຈາ​​ໄລ​ຍະ​ມໍ່ໆ​ມານີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ເຊີ​ອູນແຕ່​ວັນ​ທີ 13 – 17/4. ກະ​ຊວງ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ທີ່​ການ​ປະ​ຊຸມ​ຂອງ​ບັນ​ດາ​ຫົວ​ໜ້າ​ຄະ​ນະ, ຝ່າຍ​ຕ່າງໆ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ຕົ້ນ​ຕໍ​ທີ່​ຍັ​ງ​ຄົງ​ຄ້າງ​ຄື: ຫຼັກ​ການ​ພື້ນ​ຖານ​ເຈ​ລະ​ຈາ​ກ່ຽວ​ກັບ​​ການ​ຫັນ​ຕະຫຼາດ​ເປັນ​ເສ​ລີໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພ​ັນ​ກໍ່​ຄື​ບັນ​ດາ​ວິ​ທີ​ເພື່ອ​ບັນ​ລຸ​ໄດ​້​ການ​ຫັນ​ຕະຫຼາດ​ເປັນ​ເສ​ລີ. ຖ້າ​ຫາກ​ໄດ້​ຮັບ​ການ​ລົງ​ນາມ, ຂໍ້​ຕົ​ກ​ລົງ  3 ຝ່າຍນີ້​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ FTA ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ພາກ​ພື້ນ, ເຊື່ອ​ມ​ຕໍ່ 3 ໃນ​ຈຳ​ນວນ 4 ພື້ນ​ຖາ​ນ​ເສດ​ຖະ​ກິດ​ໃຫຍ່​ຢູ່ ອາ​ຊີ ແລະ ກໍ່​ແມ່ນ FTA ​ສະ​ບັບທຳ​ອິດ​ເຊື່ອມ​ຕໍ່ ສ. ເກົາຫຼີ ແລະ ຍີ່​ປຸ່ນ, ປະ​ເທດ​ພັດ​ທະ​ນາ​ໜຶ່ງ​ດຽວ​ເຊິ່ງ ສ. ເກົາຫຼີ ບໍ່​ທັນ​ໄດ້​ເຊັນ FTA.


ຂ່າວ/ບົດ​ອື່ນ