ກຳ່ປັ່ນລາດຕະເວນຂອງ ສເກົາຫຼີ
(ພາບ: AFP)
(vovworld) – ວັນທີ 10/6, ສ. ເກົາຫຼີ ໄດ້ເລີ່ມດຳເນີນບັ້ນເຄື່ຶອນໄຫວລາດຕະເວນຂັບໄລ່ບັນດາກຳ່ປັ່ນຂອງ ຈີນ ເຄື່ອນໄຫວຢ່າງຜິດກົດໝາຍຢູ່ບັນດາເຂດທະເລລະຫວ່າງ 2 ພາກເກົາຫຼີ. ການເຄື່ອນໄຫວນີ້ຖືກດຳເນີນໄປໂດຍມີການສົມທົບກັບກອງບັນຊາການ ສປຊ (UNC) ໂດຍ ອາເມລິກາ ນຳໜ້າ. ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສ. ເກົາຫຼີ ໃຫ້ຮູ້ວ່າ: ເຖິງວ່າລັດຖະບານປະເທດນີ້ໄດ້ປະຕິບັດຄວາມມານະພະຍາຍາມທາງການທູດຫຼາຍຢ່າງກໍ່ຕາມ ແຕ່ບັນດາກຳ່ປັ່ນຫາປາຂອງ ຈີນ ຍັງຄົງສືບຕໍ່ເຄື່ອນໄຫວຜິດກົດໝາຍຢູ່ທີ່ນີ້, ອັນໄດ້ພາໃຫ້ວົງການເຈົ້າໜ້າທ່ີ ສ. ເກົາຫຼີ ຕ້ອງຕັດສິນໃຈສົມທົບກັບ UNC ນຳໃຊ້ມາດຕະການດັ່ງກ່າວ.