ສເກົາຫລີ,ຍີ່ປຸ່ນແລະອາເມລິກາແບ່ງປັນຂໍ້ມູນຂ່າວສານສືບລາຊະການລັບການທະຫານກ່ຽວກັບສປປເກົາຫລີ

ສເກົາຫລີ,ຍີ່ປຸ່ນແລະອາເມລິກາແບ່ງປັນຂໍ້ມູນຂ່າວສານສືບລາຊະການລັບການທະຫານກ່ຽວກັບສປປເກົາຫລີ - ảnh 1
ການ​ນຳ ສ​ປ​ປ ເກົາ​ຫລີ Kim Jong Un
ພາບ:http://vietnamnet.vn

(vovworld)-​ ວັນ​ທີ 26/12, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາ​ຫລີ ໃຫ້​ຮູ້​ວ່າ: ສ​ເກົາ​ຫລີ, ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ຕໍ່​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ​ລະ​ຫວ່າງ​ສາມ​ປະ​ເທດ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫລີ. ບົດ​ບັນ​ທຶກ​ຊ່ວຍ​​ຈຳຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 29/12 ຈະ​ມາ​ເຖິງ ຈະ​ຊ່ວຍ​ສາມ​ປະ​ເທດ​ຮັບ​ມື​ຢ່າງວ່ອງ​ໄວ​ກັບ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຈາກ ຝ່າຍ ສ​ປ​ປ ເກົາ​ຫລີ. ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດັ່ງ​ກ່າວ​ຫວັງ​ວ່າ​ຈະ​ຟື້ນ​ຟູ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ​ສາມ​ປະ​ເທດ ຊື່​ງ​ຖືກ​ຢຸດ​ຕິ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ຍີ່​ປຸ່ນ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ ແລະ ຄວ​າມ​ຂັດ​ແຍ້ງ​ກ່ຽວ​ກັບເຂດ​ນ້ຳ​ແດນ​ດິນ.

 

 

 

 

ຂ່າວ/ບົດ​ອື່ນ