ສ.ເກົາຫຼີ,ອາເມລິກາເຫັນດີເພີ່ມທະວີການຮ່ວມມືຮັບມືກັບຄວາມມັກໃຫຍ່ໄຝສູງດ້ານນິວເຄຼຍຂອງສປປ.ເກົາຫຼີ

ສ.ເກົາຫຼີ,ອາເມລິກາເຫັນດີເພີ່ມທະວີການຮ່ວມມືຮັບມືກັບຄວາມມັກໃຫຍ່ໄຝສູງດ້ານນິວເຄຼຍຂອງສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 16/07, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ປະ​ເທດນີ້​ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພີ່ມການນາບ​ຂູ່​ຕ້ານ​ຄືນຄວາມ​ມັກ​ໃຫຍ່​ໄຝ​ສູງ​ດ້ານ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກົາ​ຫຼີ​ ແລະ ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ແຂງ​ກະ​ດ້າງ​ສຳ​ລັບ​ພຽງ​ຢາງ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ທີ່ກອງ​ປະ​ຊຸມ​ລະ​ຫວ່າງ​​ທ່ານ Kim Hong kyun, ທູດ​ພິ​ເສດ​ຂອງ​ສ.ເກົ​າ​ຫຼີ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ແລະ ສັນ​ຕິ​ພາບ​ໃນ​ແຫຼມ​ເກົາ​ຫຼີ ແລະ ທູດ​ພິ​ເສດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ນະ​ໂຍ​ບາຍ​ສ​ປ​ປ.ເກົາ​ຫຼີ Sung Kim ດຳ​ເນີນ​ຢູ່ Hawaii. 2 ຝ່າຍ​ກໍ​ຢືນ​ຢັນ​ຄືນ​ໃໝ່​ການ​ປອດ​ນິ​ວ​ເຄຼີຍ​ໃນ​ແຫຼມ ເກົາ​ຫຼີ ແມ່ນ​ຄ​າດ​ໝາຍ​ລ​ວມ, ບໍ່​ພຽງ​ແຕ່​ຂອງ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຂອງ​ທັງ​ປະ​ຊາ​ຄົມ​ສາ​ກົນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ