ສ.ເກົາຫຼີແລະຫວຽດນາມຊຸກຍູ້ການຮ່ວມມືໃນຂົງເຂດຍຸຕິທຳ,ນິຕິບັນຍັດ

(VOVWORLD) -ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບກັບຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມມື ແລະ ແນະນຳໃຫ້ຝ່າຍຫວຽດນາມ ສະເໜີບັນດາຂົງເຂດຮ່ວມມືເຊິ່ງຝ່າຍຫວຽດນາມ ສົນໃຈ.

ສ.ເກົາຫຼີແລະຫວຽດນາມຊຸກຍູ້ການຮ່ວມມືໃນຂົງເຂດຍຸຕິທຳ,ນິຕິບັນຍັດ - ảnh 1 ທີ່ການພົບປະກັບບັນດາເຈົ້າໜ້າທີ່ກະຊວງຍຸຕິທຳສ.ເກົາຫຼີ

(ພາບ: TTXVN)

 ຕອນບ່າຍວັນທີ 01 ເມສາ, ຢູ່ນະຄອນ Gwacheon, ສ.ເກົາຫຼີ, ຄະນະປະຕິບັດງານຂອງກະຊວງຍຸຕິທຳຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າ, ໄດ້ພົບປະກັບບັນດາເຈົ້າໜ້າທີ່ກະຊວງຍຸຕິທຳສ.ເກົາຫຼີ. ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີກະຊວງຍຸຕິທຳສ.ເກົາຫຼີ Park Sang Ki ໃຫ້ຮູ້ວ່າ, ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບກັບຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມມື ແລະ ແນະນຳໃຫ້ຝ່າຍຫວຽດນາມ ສະເໜີບັນດາຂົງເຂດຮ່ວມມືເຊິ່ງຝ່າຍຫວຽດນາມ ສົນໃຈ. ສ່ວນທ່ານລັດຖະມົນຕີ ເລແທ່ງລອງ ຢືນຢັນວ່າ, ກະຊວງຍຸຕິທຳຫວຽດນາມ ຍາມໃດກໍ່ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ 2 ປະເທດຫວຽດນາມ - ສ.ເກົາຫຼີ ເວົ້າລວມ ແລະ ລະຫວ່າງກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳສ.ເກົາຫຼີ ເວົ້າສະເພາະ; ພ້ອມທັງຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ກະຊວງຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນກ່ຽວກັບລະບົບກົດໝາຍຂອງກັນ, ແບ່ງປັນຂ້ໍມູນຂ່າວສານ ແລະ ບົດຮຽນໃນບັນດາຂົງເຂດກົດໝາຍ; ສະເໜີໃຫ້ລັດຖະບານສ.ເກົາຫຼີ ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ