ສື່ເອເລັກໂຕນິກ ອົດສະຕາລີ ຍ້ອງຍໍຄວາມງາມຂອງ ຫວຽດນາມ

(VOVWORLD) -   ສື່ເອເລັກໂຕນິກ Theaureview ແນະນຳ ຍາຈາງ (ແຂວງ ແຄ໋ງຮ່ວາ), ສະຖານທີ່ມີສິນທະເລສົດ ແລະ ແຂກທ່ອງທ່ຽວສາມາດເຂົ້າຮ່ວມລາຍການດຳນ້ຳ ເພື່ອຊົມຫີນປາກະລັງ ຫຼື ລອຍນ້ຳ, ພາຍເຮືອ ແລະ ຄົ້ນຫາເຂດນ້ຳອຸ່ນໃນອ່າວ.
ສື່ເອເລັກໂຕນິກ ອົດສະຕາລີ ຍ້ອງຍໍຄວາມງາມຂອງ ຫວຽດນາມ - ảnh 1ພາບປະກອບ

ສື່ເອເລັກໂຕນິກ Theaureview ຂອງ ອົດສະຕາລີ ຫາກໍ່ລົງບົດຂຽນ ພັນລະນາ ຫວຽດນາມ ແມ່ນ “ເຂດດິນແດນທີ່ສວຍສົດງົດງາມ ແລະ ຮັບຕ້ອນບັນດາຄວາມແປກໃໝ່”, ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ວຍທິວທັດທຳມະຊາດທີ່ສວຍງາມ, ປູສະນີຍະສະຖານປະຫວັດສາດ ແລະ ວັດທະນະທຳ ທີ່ດຶງດູດໃຈ.

        ສື່ເອເລັກໂຕນິກ Theaureview ແນະນຳ ຍາຈາງ (ແຂວງ ແຄ໋ງຮ່ວາ), ສະຖານທີ່ມີສິນທະເລສົດ ແລະ ແຂກທ່ອງທ່ຽວສາມາດເຂົ້າຮ່ວມລາຍການດຳນ້ຳ ເພື່ອຊົມຫີນປາກະລັງ ຫຼື ລອຍນ້ຳ, ພາຍເຮືອ ແລະ ຄົ້ນຫາເຂດນ້ຳອຸ່ນໃນອ່າວ. ໃນຂະນະນັ້ນ, ນະຄອນ ໂຮ່ຈີມິນ ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ…

        ບົດຂຽນເນັ້ນໜັກວ່າ ຫວຽດນາມ ແມ່ນສະຖານທີ່ມີຫຼາຍສິ່ງຫຼາຍຢ່າງທີ່ແປກໃໝ່, ຈາກຟາມຢູ່ທ້ອງຖິ່ນ ຕະຫຼອດຮອດບັນດາໂຮງແຮມ ແລະ ຮ້ານອາຫານລະດັບສາກົນ. ບົດຂຽນ ໄດ້ສົ່ງເສີມແຂກທ່ອງທ່ຽວຈົ່ງມາທ່ອງທ່ຽວ ຫວຽດນາມ ເພື່ອເຊື່ອມເຂົ້າກັບທິວທັດທຳມະຊາດ ແລະ ເຂດແຄມທະເລທີ່ສວຍງາມຢູ່ທີ່ນີ້ເພື່ອມີເວລາພັກຜ່ອນຢ່ອນອາລົມ ແລະ ມີຄວາມຫຼູຫຼາ.

ຕອບກັບ

ຂ່າວ/ບົດ​ອື່ນ