ຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນຍ້ອນພາຍຸ ຕາລິມ ກໍ່​ຂຶ້ນໃນລະດັບຕ່ຳສຸດ

(VOVWORLD) - ພາຍຸ ຕາລິມ ຈະພັດເຂົ້າເຂດດິນຕໍ່ແຜ່ນ ຫວຽດນາມ, ນີ້ແມ່ນພາຍຸມີຄວາມແຮງທີ່ສຸດໃນຮອບເວລາ 5 ປີມານີ້
ຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນຍ້ອນພາຍຸ ຕາລິມ ກໍ່​ຂຶ້ນໃນລະດັບຕ່ຳສຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: nongnghiep.vn)

        ກອງປະຊຸມທາງໄກຮັບມືກັບພາຍຸ ຕາລິມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ກໍລະກົດ, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດ ຮັບມືກັບໄພພິບັດ ແລະ ຊອກຫາກູ້ໄພກູ້ຊີບ, ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ.

        ຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມໃຫ້ຮູ້ວ່າ ໃນຕອນຄ່ຳວັນທີ 18 ກໍລະກົດ, ພາຍຸ ຕາລິມ ຈະພັດເຂົ້າເຂດດິນຕໍ່ແຜ່ນ ຫວຽດນາມ, ນີ້ແມ່ນພາຍຸມີຄວາມແຮງທີ່ສຸດໃນຮອບເວລາ 5 ປີມານີ້, ສະນັ້ນ, ບັນດາການເຄື່ອນໄຫວຮັບມືກັບພາຍຸຕ້ອງປະຕິບັດສຳເລັດໃນວັນທີ 17 ກໍລະກົດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດໂທລະເລກຂອງນາຍົກລັດຖະມົນຕີກ່ຽວກັບການຮັບມືກັບພາຍຸ ຕາລິມ ຢ່າງເຂັ້ມງວດ.

        “ບໍ່ປະໝາດ, ຂາດຄວາມລະມັດລະວັງ, ຕ້ອງມີໄຫວພິບ ແລະ ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບພາຍຸ ແລະ ມີວິທີການລະອຽດສຳລັບແຕ່ລະສະພາບການ. ແຈ້ງຂໍ້ມູນພະຍາກອນຢ່າງທັນການ ເພື່ອຮັບໃຊ້ວຽກງານຊີ້ນຳ ແລະ ແຈ້ງຂໍ້ມູນຂ່າວເຖິງປະຊາຊົນເພື່ອເປັນເຈົ້າການໃນການປ້ອງກັນ, ຫຼີກລ້ຽງ. ເປົ້າໝາຍແມ່ນ, ບໍ່ປະໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນຂອງລັດ ແລະ ຂອງປະຊາຊົນໃຫ້ລົງລະດັບຕ່ຳສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ