ຫນັງສືພິມກອງທັບປະຊາຊົນ ຄວນມານະພະຍາຍາມປ່ຽນແປງໃຫມ່

ຫນັງສືພິມກອງທັບປະຊາຊົນ     ຄວນມານະພະຍາຍາມປ່ຽນແປງໃຫມ່ - ảnh 1
ພົນ​ເອກ Phung Quang Thanh ໂອ້ລົມກັບພະນັກງານ, ນັກຂ່າວ ຫນັງສືພິມກອງທັບປະຊາຊົນ ຫວຽນາມ

(vovword)- ຕອນ​ບ່າຍ​ວັນ​ທີ 20/6 ຢູ່ ຮ່າ​ໂນ້ຍ, ພົນ​ເອກ Phung Quang Thanh ກຳມະການ​ກົມ​ກາ​​ນ​ເມືອງ, ຮອງ​ເລ​ຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ,​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ຫນັງ​ສື​ພິມ​ກອງທັບ​ປະຊາຊົນ ​ເນື່ອ​ງ​ໃນ​ໂອກາດ​ລະນຶກ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6 ).​ ນະ​ທີ່​ນີ້ ທ່ານ​ພົນ​ເອກ Phung Quang Thanh ​ໄດ້​ຢືນຢັນ​ວ່າ: ຫນັງສືພິມ​ກອງທັບ​ປະຊາຊົນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຊ່ອງ​ສື່ສານ​ຫລັກ​ແຫ​ລ່ງຂອງ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ, ​ແມ່ນ​ບ່ອນ​ອີງ​ທີ່​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຮັກສາ ​ແລະ ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຂອງ​ກຳລັງ​ປະກອບ​ອາວຸດ, ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດ​ໃນ​ທົ່ວ​ປວງ​ຊົນ​ໃຫ້​ເຂັ້ມ​ແຂງ,​ ສ້າງ​ກອງທັບ​ປະຊາຊົນ​ປະຕິວັດ​ເປັນ​ແບບ​​ແຜນ, ​ແຫລມ​ຄົມ ​ແລະ ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ. ພົນ​ເອກ Phung Quang Thanh ປາດ​ຖະຫນາ​ວ່າ ດ້ວຍ​ມຸູນ​ເຊື້ອ​ຂອງ​ຕົນ, ຫນັງສືພິມ​ກອງ​ທັບ​ປະຊາຊົນ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ, ຮັກສາ​ການ​ກຳນົດ​ທິດ​ທາງ​ດ້ານ​ການ​ເມືອງ​ໃຫ້​ໝັ້ນຄົງ ​ເພື່ອ​ສົມ​​ເປັນ​ເຄື່ອງມື​ຫລັກ​ແຫ​ລ່ງຂອງ​ພັກ​ໃນ​ແນວ​ຮົບ​ຕໍ່​ສູ້​ດ້ານ​ແນວ​ຄິດ.

ຕອບກັບ

ຂ່າວ/ບົດ​ອື່ນ