ຫນັງສືພິມຕ່າງໆຂອງລາວ ລົງພິມຂ່າວກ່ຽວກັບໝາກຜົນກອງປະຊຸມສະພາແຫ່ງຊາດ ຫວຽດນາມ ແລະ ລາວ.

ຫນັງສືພິມຕ່າງໆຂອງລາວ ລົງພິມຂ່າວກ່ຽວກັບໝາກຜົນກອງປະຊຸມສະພາແຫ່ງຊາດ ຫວຽດນາມ ແລະ ລາວ. - ảnh 1
ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ
ຫວຽດນາມ ​ແລະ​ ລາວ
ພາບ:dangcongsan.vn

(vovworld) - ວັນ​ທີ 25/4, ບັນດາ​ພາຫະນະ​ສື່​ມວນ​ຊົນ ຂອງ​ ລາວ ລ້ວນ​ແຕ່​ລົງ​ພິມ​ຂ່າວກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ​ ລາວ ຖືກ​ຈັດ​ຕັ້ງ​ຂຶ້ນຢູ່ ​ແຂວງ Son La. ຫນັງ​ສື​ພິມ​ປະຊາຊົນ​ລາວ ​ໄດ້​ມີ​ບົດ​ວິຈານ​​ໃນ​ຫນ້າ​ທຳ​ອິດ ​ໂດຍ​ຄັດ​ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ດ້ວຍ​ເນື້ອ​ໃນ​ຢືນຢັນ​​ເຖິງ​ນ້ຳ​ໃຈມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ບັນດາ​ພາຫະນະ​ສື່​ມວນ​ຊົນ​ອື່ນ​ກໍ່​​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ, ມີ​ຊີວິດ​ຊີວາ​ເພື່ອ​ຂ່ຳ​ຮັບ​ຮັບ​ຕ້ອນ​ປີ​ແຫ່ງ​ຄວາມ​ສາມັກ​ຄີ​ມິດຕະພາບ ຫວຽດນາມ ​- ລາວ. ຫນັງສືພິມ​ຕ່າງໆ​ຂອງ​ລາວ​ກໍ​ລົງ​ພິມ​ຂ່າວຕ່າງໆກ່ຽວ​ກັບການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ ສປປ ລາວ ​ໃນ​ງານລາຕີພົບ​ປະ​ແລກປ່ຽນ ວັດທະນະທຳ​ ຫວຽດນາມ - ລາວ, ງານວາງສະ​ແດ​ງຮູບ​ພາບ ​ແລະ ພິທີ​ວາງ​ສີ​ລາ​ລືກ​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ ຫວຽດນາມ ລາວ ຢູ່ ບ້ານ Lao Kho. ຫນັງສືພິມ​ລາວ​ຖື​ວ່າ: ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ ສອງ​ຊາດ ຫວຽດນາມ ​ແລະ ລາວ.

ຂ່າວ/ບົດ​ອື່ນ