ຫລາຍຄົນຕອບສະໜອງການບໍລິຈາກເລືອດ 2017

(VOVWORLD) - ໃນ 3 ວັນແຕ່ວັນທີ 21 – 23 ກໍລະກົດ ຢູ່ນະຄອນ ຫາຍຟ່ອງ, ມີປະມານ 1.500 ຄົນເຂົ້າຮ່ວມການບໍລິຈາກເລືອດໃນລາຍການ “ບໍລິຈາກເລືອດ - ເຊື່ອມຕໍ່ສາຍເລືອດ ຫວຽດ” 2017
ຫລາຍຄົນຕອບສະໜອງການບໍລິຈາກເລືອດ 2017 - ảnh 1ຫລາຍຄົນຕອບສະໜອງການບໍລິຈາກເລືອດ 2017 (ພາບ: TTXVN) 

ວັນທີ 23 ກໍລະກົດ ທີ່ນະຄອນ ຫາຍຟ່ອງ ແລະ ເມືອງ ຖຸຍງວຽນ, ຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດອາສາສະໝັກນະຄອນ ຫາຍຟ່ອງ ສົມທົບກັບສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງຈັດຕັ້ງວັນບຸນແບ່ງປັນຢາດເລືອດ - ເຊື່ອມຕໍ່ຫົວໃຈ. ຢູ່ສະຖານທີ່ 2 ແຫ່ງດັ່ງກ່າວ ເກັບເລືອດໄດ້ກ່ວາ 12.000 ຖົງ.

        ລາຍການບໍລິຈາກເລືອດ ແມ່ນການເຄື່ອນໄຫວມະນຸດສະທຳລະດັບແຫ່ງຊາດ ໂດຍຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດອາສາສະໝັກຊີ້ນຳ. ໜ້າທີ່ຂອງການເຄື່ອນໄຫວນີ້ ແມ່ນຂົນຂວາຍປະຊາຊົນທຸກຄົນເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ ແລະ ປ້ອງກັນຕ້ານພະຍາດລະລາຍເລືອດມາແຕ່ເກີດ. ປີ 2017 ການບໍລິຈາກເລືອດຄັ້ງທີ 5 ໄດ້ຈັດຕັ້ງຢູ່ 31 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ