ຫວຽດນາມ ​ກຳ​ລັງສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ນຳພາ​ໃນ​ການ​ປົກ​ປ້ອງ ​ແລະ ມອບສິດ​​ໃຫ້​ແກ່​ແມ່ຍິງ

(VOVWORLD) -ໃນສະມາຄົມ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຫວຽດນາມ ກໍ່ຕັ້ງໜ້າກໍ່ສ້າງຂອບເຂດ ແລະ ນະໂຍບາຍໃຫ້ພາກພື້ນກ່ຽວກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງຂອງແມ່ຍິງ, ຕັ້ງໜ້າເຂົ້າຮ່ວມກຸ່ມແມ່ຍິງ ອາຊຽນ ກ່ຽວກັບຄວາມໄກ່ເກ່ຍ. 
ຫວຽດນາມ ​ກຳ​ລັງສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ນຳພາ​ໃນ​ການ​ປົກ​ປ້ອງ ​ແລະ ມອບສິດ​​ໃຫ້​ແກ່​ແມ່ຍິງ - ảnh 1ກອງປະຊຸມສຳມະນາສາກົນ “ໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ປະສົບການສາກົນ ແລະ ຂໍ້ສະເໜີແນະສຳລັບ ຫວຽດນາມ” (ພາບ: UN Women)

ຫວຽດນາມ ກຳລັງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດນຳພາໃນຂົງເຂດປົກປ້ອງ ແລະ ມອບສິດໃຫ້ແກ່ແມ່ຍິງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນ “ໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ປະສົບການສາກົນ ແລະ ຂໍ້ສະເໜີແນະສຳລັບ ຫວຽດນາມ” ທີ່ດຳເນີນໃນວັນທີ 28 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ Rana Flowers, ຮັກສາການຜູ້ປະສານງານ ສະຫະປະຊາຊາດ ປະຈໍາ ຫວຽດນາມ ເນັ້ນໜັກວ່າ: ໃນຫຼາຍປີຜ່ານມານີ້, ຫວຽດນາມ ຍາມໃດກໍ່ມີສຽງເວົ້າທີ່ຕັ້ງໜ້າສະນັບສະໜູນ ແລະ ຊຸກຍູ້ບັນຫາແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະເໜີ ແລະ ຊຸກຍູ້ໂດຍຜ່ານມະຕິສະບັບທຳອິດ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບບົດບາດຂອງແມ່ຍິງ; ໄດ້ຈັດຕັ້ງສຳເລັດກອງປະຊຸມສາກົນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງ ແລະ ປັບປຸງສັນຕິພາບ. ໃນສະມາຄົມ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຫວຽດນາມ ກໍ່ຕັ້ງໜ້າກໍ່ສ້າງຂອບເຂດ ແລະ ນະໂຍບາຍໃຫ້ພາກພື້ນກ່ຽວກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງຂອງແມ່ຍິງ, ຕັ້ງໜ້າເຂົ້າຮ່ວມກຸ່ມແມ່ຍິງ ອາຊຽນ ກ່ຽວກັບຄວາມໄກ່ເກ່ຍ. ທ່ານນາງ Rana Flowers ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຄຳໝັ້ນສັນຍາບັນດາການເຄື່ອນໄຫວມອບສິດ ແລະ ປົກປ້ອງແມ່ຍິງ, ຮັບປະກັນການເຂົ້າຮ່ວມຂອງແມ່ຍິງໃນທຸກຂົງເຂດ, ຫວຽດນາມ ຈະສືບຕໍ່ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ກັບບົດບາດຂອງຕົນ ທັງໃນລະດັບພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ