ຫວຽດນາມ ຈຸດນັດພົບອັນດູດດື່ມໃນປີ 2013

ຫວຽດນາມ ຈຸດນັດພົບອັນດູດດື່ມໃນປີ 2013 - ảnh 1


(vovworld) - ຕາມ​ການ​ຄາດ​ຄະ​ເນ​ຂອງ​ສະຫະ​ສະມາຄົມ​ການທ່ອງທ່ຽວ ອາ​ເມ​ລິ​ກາ ​​ແລ້ວ: ຫວຽດນາມ ຢືນ​ອັນ​ດັບ​ທີ 2 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຊຶ່ງ​ນັກ​ທ່ອງ​ທ່ຽວ​ສາກົນ​ເລືອກ​ເຟັ້ນ​ໃນ​ປີ 2013. ຕາມ​ການ​ສຳ​ຫລວດ​ເນື່ອງ​ໃນ​ໂອກາ​ດຈັດ​ກອງ​ປະຊຸມ​ປະຈຳ​ປີ​ຊຶ່ງ​ສະຫະ​ສະມາຄົມ​ການທ່ອງທ່ຽວ ອາ​ເມ​ລິ​ກາ ​ຈັດ​ຂຶ້ນ​ຢູ່ Hawaii ສະຫະລັດ​ອາ​ເມ​ລິ​ກາ, ​ເມື່ອ​ຖືກ​ຖາມ​ຊື່​ຂອງ​ບັນດາ​ປະ​ເທດ​ຄາດ​ວ່າ​ ນັກ​ທ່ອງ​ທ່ຽວ​ຈະ​ເລືອກ​ເຟັ້ນ​ເພື່ອ​ໄປ​ຢ້ຽມຢາມ​ຫລາຍ​ກວ່າ​ໝູ່​ໃນ​ປີ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ຂອງ​ສະຫະ​ສະມາຄົມ​ດັ່ງ​ກ່າວ​​ໄດ້​​ຄັດ​ເລືອກປະ​ເທດ​ມ້ຽນ​ມາ, ຫວຽດນາມ ​ແລະ ອິນ​ເດຍ​ ຫລາຍ​ກວ່າ​ໝູ່​. ຖັດມາ ​ແມ່ນ Peru, ກຳປູ​ເຈຍ ​ແລະ ບຣາຊີ​ນ.

ຕອບກັບ

ຂ່າວ/ບົດ​ອື່ນ